ຈັດພິທີມອບຮັບໂຄງການສຶກສາທາງໄກລະຫວ່າງຈີນ-ລາວຢູ່ນະຄອນຫຼວງວຽງຈັນ

2022-06-24 14:09:08 CRI


     ຕອນບ່າຍວັນທີ 23 ມິຖຸນາປີ 2022 ນີ້, ພິທີມອບຮັບໂຄງການສຶກສາທາງໄກ ພ້ອມດ້ວຍວັດຖຸອຸປະກອນຄົບຊຸດທີ່ຈີນຊ່ວຍເຫຼືອລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ທ່ານຈ້າວເວີນຢຸຍ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດ ສປ ຈີນປະຈຳ ສປປ ລາວໄດ້ມອບວັດຖຸອຸປະກອນໃນໂຄງການດັ່ງກ່າວໃຫ້ແກ່ທ່ານບຸນປັນ ໄຊມົນຕຣີ ຫົວໜ້າກົມແຜນການຂອງກະຊວງສຶກສາທິການແລະກີລາລາວ, ທ່ານໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈຳການຂອງຄະນະກຳມະການຮ່ວມມືລາວ-ຈີນໄດ້ເຂົ້າຮ່ວມ ແລະເປັນສັກຂີພິຍານການມອບຮັບດັ່ງກ່າວ.


     ໂຄງການສຶກສາທາງໄກພ້ອມດ້ວຍວັດຖຸອຸປະກອນຄົບຊຸດທີ່ຈີນຊ່ວຍເຫຼືອລາວແມ່ນພາກສ່ວນໜຶ່ງໃນ 8 ໂຄງການໃຫຍ່ທີ່ຈີນຊ່ວຍເຫຼືອລາວ, ອີງຕາມໂຄງການດັ່ງກ່າວ, ຈີນຈະສະໜອງອຸປະກອນການສຶກສາທາງໄກໃຫ້ແກ່ສະຖານທີ່ການສຶກສາ 20 ແຫ່ງຂອງລາວ ເຊິ່ງລວມທັງ: ຄອມພິວເຕີ ເຄື່ອງບໍລິການ ເຄື່ອງສາຍຮູບເງົາ(projector) ເຄື່ອງສັບປ່ຽນ ລະບົບອັດສຽງແລະອອກອາກາດ ພ້ອມທັງອຸປະກອນການສຶກສາເອເລັກໂຕຣນິກຕ່າງໆ.