ຄຳໝັ້ນສັນຍາທີ່ພັກກອມມູນິດໃຫ້ໄວ້ກັບປະຊາຊົນຕ້ອງປະຕິບັດໃຫ້ບັນລຸຜົນເປັນຈິງແນ່ນອນ

2022-06-24 09:38:27 cri


 

ຕອນເຊົ້າວັນທີ 11 ກຸມພາປີ2018, ກ່ອນບຸນກຸດຈີນ ຫຼືບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປຢ້ຽມຢາມບ້ານຊ່ານເຫີຕາແສງຊ່ານຊ້າເຫີເມືອງຈ່າວເຈກິ່ງແຂວງເຜົ່າຢີລຽງຊ່ານແຂວງເສສວນ, ໃນເວລາຍ່າງກັບເມືອຫຼັງຈາກໄດ້ສິ້ນສຸດການໂອ້ລົມສົນທະນາກັບຊາວບ້ານຢູ່ເຮືອນແມ່ເຖົ້າຈີມູ້ຈືໂລ້ ຊາວບ້ານບ້ານຊ່ານເຫີແລ້ວ, ທ່ານສີຈິ້ນຜິງໄດ້ທັກທາຍກັບຊາວບ້ານທັງຫຼາຍທີ່ມາສົ່ງທາງ.

ທ່ານສີຈິ້ນຜິງໄດ້ໂບກມືກ່າວຄຳອຳລາວ່າ: “ພັບກັນໃໝ່! ຫຼານໆ”

ເດັກນ້ອຍເຜົ່າຢີສອງຄົນໄດ້ຮ້ອງດ້ວຍສຽງດັງໆວ່າ: “ພົບກັນໃໝ່ ພໍ່ເຖົ້າສີ”

 ເດັກນ້ອຍສອງຄົນໃນເວລານັ້ນ ຄົນໜຶ່ງມີອາຍຸ6ປີ ອີກຄົນໜຶ່ງມີອາຍຸ8ປີ, ພວກເຂົາແມ່ນລູກຊາຍສອງຄົນຂອງທ່ານ ໂລ້ກູຊືໂຮ ຊາວບ້ານທີ່ຢືນຢູ່ເບື້ອງຊ້າຍມືຂອງທ່ານສີຈິ້ນຜິງ, ສ່ວນແມ່ຍິງຜູ້ທີ່ຢືນຢູ່ນຳເດັກນ້ອຍທັງສອງແມ່ນນາງ ເຢີ້ເລ້ໂມ້ ເມຍຂອງທ່ານໂລ້ກູຊືໂຮ.

ນັກຂ່າວໄດ້ເອົາກ້ອງຖ່າຍຮູບບັນທຶກພາບທີ່ອົບອຸ່ນແລະໜ້າປະທັບໃຈລະຫວ່າງທ່ານສີຈິ້ນຜິງກັບຄອບຄົວທ່ານໂລ້ກູຊືໂຮ.

ທ່ານໂລ້ກູຊືໂຮຍັງຈື່ໄດ້ວ່າ, ພາຍຫຼັງທັກທາຍແລະກ່າວຄຳອຳລາແລ້ວ, ທ່ານສີຈິ້ນຜິງໄດ້ຫັນມາບອກວ່າ: “ບໍ່ຄວນໃຫ້ການສຶກສາຂອງລູກໆເສຍໂອກາດໃນເສັ້ນເລີ່ມຕົ້ນເດີ້.”

ຈາກຮູບຖ່າຍໃບນີ້ ຈະໄດ້ເຫັນຄຳຂວັນຢູ່ເທິງຝາເຮືອນດ້ານນອກຂອງທ່ານໂລ້ກູຊືໂຮ ທີ່ຂຽນເປັນພາສາເຜົ່າຢີແລະພາສາຈີນກາງວ່າ: “ແມ່ນ້ຳໄຫຼບໍ່ສຸດ ຄວາມຮູ້ຮຽນບໍ່ໝົດ”

ການສຶກສາຄືມາດຕະການຂັ້ນພື້ນຖານໃນການສະກັດກັ້ນບໍ່ໃຫ້ຄວາມທຸກຍາກສືບຕໍ່ເນື່ອງຈາກຄົນຮຸ່ນນີ້ໄປສູ່ຄົນຮຸ່ນຫຼັງ. ການສຶກສາຂອງເດັກນ້ອຍຢູ່ເຂດທຸກຍາກແມ່ນເລື່ອງໃຫຍ່ທີ່ທ່ານສີຈິ້ນຜິງໄດ້ມີຄວາມຫ່ວງໃຍຢູ່ສະເໝີ.

ເມືອງຈ່າວເຈ ທີ່ທ່ານສີຈິ້ນຜິງໄດ້ດຳເນີນການສຳຫຼວດກວດກາວຽກງານໃນຄັ້ງນີ້ ກໍແມ່ນເມືອງທີ່ມີບ້ານໜຶ່ງຖືກເອີ້ນກັນວ່າ: “ບ້ານໜ້າຜາ”, ຜ່ານມາ, ເດັກນ້ອຍຢູ່ພາຍໃນບ້ານແຫ່ງນີ້ໃນເວລາເຂົາເຈົ້າໄປໂຮງຮຽນແມ່ນຕ້ອງເດີນທາງດ້ວຍການປີນຂັ້ນໄດຫວາຍຕາມໜ້າຜາ.

 

ທ່ານສີຈິ້ນຜິງໄດ້ມີຄວາມຫ່ວງໃຍເຖິງ “ບ້ານໜ້າຜາ” ພ້ອມດ້ວຍເດັກນ້ອຍຢູ່ພາຍໃນບ້ານແຫ່ງນີ້ມາໂດຍຕະຫຼອດ. ວັນທີ 8 ມີນາ 2017, ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງເສສວນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ12, ທ່ານສີຈິ້ນຜິງໄດ້ກ່າວເຖິງ “ບ້ານໜ້າຜາ” ເປັນພິເສດ, ເພິ່ນກ່າວວ່າ: ເພິ່ນເຄີຍໄດ້ເບິ່ງການລາຍງານຂ່າວກ່ຽວກັບ “ບ້ານໜ້າຜາ” ກິ່ງແຂວງລຽງຊ່ານຈາກໂທລະພາບ, ພິເສດໄດ້ເຫັນສະພາບການເດີນທາງໄປນອກບ້ານຂອງຊາວບ້ານແມ່ນຕ້ອງປີນໜ້າຜາ, ຈຶ່ງຮູ້ສຶກເປັນຫ່ວງທີ່ສຸດ. ທ່ານສີຈິ້ນຜິງບອກວ່າ: “ເຂດທຸກຍາກທີ່ຕິດຈອດກັນເປັນບໍລິເວນກວ້າງໃນທົ່ວປະເທດ, ຂ້າພະເຈົ້າເຄີຍໄດ້ໄປຮອດໄປເຖິງເປັນສ່ວນໃຫຍ່ແລ້ວ, ສ່ວນເຂດພູລວີລຽງ ແລະກິ່ງແຂວງລຽງຊ່ານ ທີ່ຍັງບໍ່ທັນໄປຮອດນັ້ນ ກໍຈະໄປຢ້ຽມຢາມໂດຍໄວເທົ່າທີ່ຈະໄວໄດ້.”

  

ການສຳຫຼວດກວດກາວຽກງານຄັ້ງນີ້ກໍແມ່ນປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານສີຈິ້ນຜິງເຄີຍໃຫ້ໄວ້ກ່ອນໜ້ານັ້ນໜຶ່ງປີ.

 

ໃນຂະນະທີ່ຍ່າງຕາມທາງກັບເມືອຫຼັງຈາກສິ້ນສຸດການໂອ້ລົມສົນທະນາກັບຊາວບ້ານບ້ານຊ່ານເຫີຢູ່ເຮືອນຂອງຊາວບ້ານນັ້ນ, ທ່ານສີຈິ້ນຜິງຍັງໄດ້ສອບຖາມສະພາບການຫຼ້າສຸດຂອງ “ບ້ານໜ້າຜາ” ໂດຍທ່ານທັງຍ່າງທັງສອບຖາມພະນັກງານທ້ອງຖິ່ນວ່າ: “ ‘ບ້ານໜ້າຜາ’ ຢູ່ໃນເມືອງຂອງພວກສະຫາຍແມ່ນບໍ່? ວຽກງານຍົກຍ້າຍປະຊາຊົນຜູ້ທຸກຍາກໄປອາໄສຢູ່ຖິ່ນອື່ນເພື່ອລຶບລ້າງຄວາມທຸກຍາກມີແຜນຈະເຮັດແນວໃດ? ຖ້າຫາກເງື່ອນໄຂເອື້ອອຳນວຍ, ສາມາດພັດທະນາການທ່ອງທ່ຽວຊົນນະບົດຢ່າງເໝາະສົມໄດ້”



ພະນັກງານທ້ອງຖິ່ນທີ່ເປັນເພື່ອນຮ່ວມທາງກັບທ່ານສີຈິ້ນຜິງໃນການສຳຫຼວດກວດກາວຽກງານນັ້ນ ໄດ້ເອົາແຜນຜັງຍົກຍ້າຍຊາວບ້ານໄປອາໄສຢູ່ຖິ່ນອື່ນແລະການພັດທະນາການທ່ອງທ່ຽວຊົນນະບົດຂອງ “ບ້ານໜ້າຜາ” ແລະບ້ານຊ່ານເຫີ ໃຫ້ທ່ານສີຈິ້ນຜິງເບິ່ງ.

ເມື່ອໄດ້ຮູ້ວ່າ ອົງການປົກຄອງທ້ອງຖິ່ນໄດ້ຈັດເອົາວຽກງານຍົກຍ້າຍປະຊາຊົນຂອງບ້ານຕ່າງໆເຊິ່ງລວມທັງ “ບ້ານໜ້າຜາ” ແລະການພັດທະນາການທ່ອງທ່ຽວຊົນນະບົດໄວ້ເປັນວາລະໃນແຜນງານແລ້ວ, ທ່ານສີຈິ້ນຜິງຮູ້ສຶກດີໃຈຫຼາຍ, ເພິ່ນໄດ້ບອກພະນັກງານຜູ້ໃກ້ຊິດເປັນພິເສດວ່າ: “ພວກສະຫາຍເອົາແຜນຜັງສະບັບນີ້ກັບເມືອນຳເດີ ຂ້າພະເຈົ້າຊິອ່ານຢ່າງລະອຽດຕາມຫຼັງ”

ເມື່ອເຫັນທ່ານເລຂາທິການໃຫຍ່ສີຈິ້ນຜິງຍ່າງລົງມາໂອ້ລົມກັບຄົນອ້ອມຂ້າງ, ເດັກນ້ອງເຜົ່າຢີສອງຄົນທີ່ກ່າວທັກທາຍຫວ່າງກີ້ນີ້ກໍພ້ອມກັນແລ່ນມາຫາເພິ່ນແລ້ວຢືນຢູ່ອ້ອມຂ້າງເພິ່ນໂດຍບໍ່ຍອມຈາກໄປ.

ເມື່ອຫວນຄືນຫຼັງສະພາບການໃນຕອນນັ້ນ, ຈົນມາເຖິງທຸກມື້ນີ້, ທ່ານໂລ້ກູຊືໂຮ ກໍຍັງຮູ້ສຶກອົບອຸ່ນໃຈຫຼາຍເຊັ່ນກັນ, ລາວບອກວ່າ: “ທ່ານເລຂາທິການໃຫຍ່ເພິ່ນບໍ່ໄດ້ຮ້າຍແຕ່ຢ່າງໃດເລີຍ, ເພິ່ນຍັງເອົາມືຈັບບາຍໃບໜ້າຂອງເດັກນ້ອງທັງສອງດ້ວຍຮອຍຍີ້ມອີກດ້ວຍ.”

ເພື່ອດຳເນີນການສຳຫຼວດກວດກາວຽກງານຢູ່ເມືອງຈ່າວເຈ ກິ່ງແຂວງເຜົ່າຢີລຽງຊ່ານແຂວງເສສວນ, ທ່ານສີຈິ້ນຜິງໄດ້ເດີນທາງໂດຍຂີ່ລົດໄປຕາມທາງຫຼວງອ້ອມພູສູງຊັນ ໄປແລະກັບໃຊ້ເວລາເຖິງ 4 ຊົ່ວໂມງປາຍ.

  

ບ້ານຊ່ານເຫີເປັນບ້ານເຜົ່າຢີທີ່ມີລັກສະນະເປັນຕົວແທນ ເຊິ່ງຕັ້ງຢູ່ສັນພູທີ່ມີລະດັບສູງຈາກໜ້ານ້ຳທະເລ 2.500 ແມັດ. ກຳແພງອ້ອມເດີ່ນບ້ານແລະເຮືອນຂອງປະຊາຊົນທຸກໆຄອບຄົວລ້ວນແລ້ວແຕ່ກໍ່ດ້ວຍດິນ, ສ່ວນຮອຍແຕກແຫງຕ່າງໆຢູ່ເທິງກຳແພງແລະຝາເຮືອນເມື່ອເບິ່ງແລ້ວມີຄວາມເປັນຫ່ວງຫຼາຍ.

  ຢູ່ບ້ານຊ່ານເຫີ, ທ່ານສີຈິ້ນຜິງໄດ້ໄປເຮືອນຂອງແມ່ເຖົ້າຈີມູ້ຈືໂລ້ ເພື່ອຮ່ວມກັບຊາວບ້ານດຳເນີນການສົນທະນາແບບນັ່ງອ້ອມເຕົາໄຟ.

  ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າໄດ້ມີຄວາມຫ່ວງໃຍເຖິງພີ່ນ້ອງເຜົ່າຢີມາໂດຍຕະຫຼອດ. ພູຕ້າລຽງ ແລະພູສ້ຽວລຽງ, ຂ້າພະເຈົ້າຢາກມາທີ່ແຫ່ງນີ້ຕະຫຼອດ, ເມື່ອມາເຖິງພື້ນທີ່ຕົວຈິງແລ້ວຈັ່ງແມ່ນຮູ້ສຶກປະທັບໃຈຫຼາຍ.”

ທ່ານສີຈິ້ຜິງກ່າວຕື່ມວ່າ: “ປະເທດຈີນພວກເຮົາພັດທະນາພາລະກິດສັງຄົມນິຍົມກໍແມ່ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີແລະມີຄວາມສຸກ, ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານແມ່ນບໍ່ປ່ອຍໃຫ້ຊົນເຜົ່າໜຶ່ງ, ຄອບຄົວໜຶ່ງແລະບຸກຄົນໜຶ່ງໄວ້ຂ້າງຫຼັງ.”

ຄວາມເວົ້າທີ່ອອກມາຈາກໃຈຈິງທີ່ກ່າວຢູ່ທາງຂ້າງເຕົາໄຟໄດ້ເຮັດໃຫ້ປະຊາຊົນເຜົ່າຢີມີຄວາມຮູ້ສຶກອົບອຸ່ນໃຈເປັນພິເສດ.

ທ່ານສີຈິ້ນຜິງໄດ້ໃຫ້ຄຳແນະນຳທີ່ເປັນວິທີທີ່ດີສຳລັບການລຶບລ້າງຄວາມທຸກຍາກຂອງທ້ອງຖິ່ນຄື: ສືບຕໍ່ເພີ່ມທະວີການຍົກຍ້າຍປະຊາຊົນໄປອາໄສຢູ່ຖິ່ນອື່ນເພື່ອລຶບລ້າງຄວາມທຸກຍາກ, ພັດທະນາຂະແໜງການປູກຝັງລ້ຽງສັດຕາມເງື່ອນໄຂເອື້ອອຳນວຍຂອງທ້ອງຖິ່ນ, ເພີ່ມທະວີການຝຶກອົບຮົມເຕັກນິກທີ່ເປັນປະໂຫຍດແລະເຕັກນິກວິຊາຊີບ… ສິ່ງສຳຄັນທີ່ສຸດແມ່ນການສຶກສາຕ້ອງພັດທະນາໃຫ້ທ່ວງທັນ, ເດັດຂາດບໍ່ໃຫ້ເດັກນ້ອຍເສຍໂອກາດໃນເສັ້ນເລີ່ມຕົ້ນ.

ທ່ານສີຈິ້ນຜິງໄດ້ເວົ້າກັບພະນັກງານທ້ອງຖິ່ນດ້ວຍການໃຫ້ຄວາມສຳຄັນເປັນຢ່າງສູງວ່າ: “ຄຳໝັ້ນສັນຍາທີ່ພັກກອມມູນິດໃຫ້ໄວ້ກັບປະຊາຊົນຕ້ອງປະຕິບັດໃຫ້ບັນລຸຜົນເປັນຈິງແນ່ນອນ!”

“ດອກໄມ້ເຕັມໜ່ວຍພູກຳລັງລໍຄອຍ, ກິ່ນຫອມເຫຼົ້າດີກຳລັງລໍຄອຍ, ເພື່ອນມິດຜູ້ປະເສີດເອີ້ຍ, ຂໍເຊີນຊວນທ່ານຢູ່ຕໍ່”

  ພາຍຫຼັງອອກຈາກບ້ານຊ່ານເຫີແລ້ວ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານໂຮຜູ ທີ່ຢູ່ໃກ້ຄຽງອີກ, ຕອນທີ່ເພິ່ນລາຈາກໄປ, ປະຊາຊົນເຜົ່າຢີໄດ້ຢືນລຽນແຖວຍາວພ້ອມທັງພາກັນຮ້ອງເພງທີ່ມີຊື່ວ່າ “ຊວນແຂກຢູ່ຕໍ່”.

ສຽງເພງທີ່ເຕັມໄປດ້ວຍຄວາມຮັກແພງອັນດູດດື່ມໄດ້ດັງກ້ອງກັງວານຢູ່ເທິງທ້ອງຟ້າຂອງພູຕ້າລຽງ.