ຈີນຈະໃຊ້ມາດຕະຖານຕົວຈິງ ສືບຕໍ່ສະໜັບສະໜູນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ

2022-06-24 22:03:05 CRI

ຕອນຄ່ຳວັນທີ 24 ມິຖຸນານີ້,ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາຂອງໂລກຜ່ານທາງວີດີໂອ, ທັງໄດ້ກ່າວຄຳປາໄສທີ່ສຳຄັນ.


ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນແມ່ນສະມາຊິກໃນວົງຄະນາຍາດໃຫຍ່ຂອງປະເທດພວມພັດທະນາຕະຫຼອດມາ. ຈີນຈະໃຊ້ມາດຕະຖານຕົວຈິງ ສືບຕໍ່ສະໜັບສະໜູນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ. ຈີນຈະເພີ່ມທະວີການນຳໃຊ້ຊັບພະຍາກອນເຂົ້າໃນການຮ່ວມມືດ້ານການພັດທະນາຂອງໂລກ, ຍົກລະດັບກອງທຶນຊ່ວຍເຫຼືອການຮ່ວມມືໃຕ້ໃຕ້ຂຶ້ນເປັນ “ກອງທຶນການພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້ໃຕ້”, ເພີ່ມການປະກອບທຶນເຂົ້າໃນກອງທຶນສັນຕິພາບ ແລະ ການພັດທະນາຈີນ-ອົງການສະຫະປະຊາຊາດ, ສະໜັບສະໜູນການຮ່ວມມືພາຍໃຕ້ຂໍ້ລິເລີ່ມການພັດທະນາທົ່ວໂລກ.


ຈີນຈະຮ່ວມມືກັບຝ່າຍຕ່າງໆເພື່ອຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນ, ປຸກລະດົມຊັບພະຍາກອນດ້ານການພັດທະນາ, ລົງເລິກການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກໃນທົ່ວໂລກ, ຍົກລະດັບຄວາມສາມາດດ້ານການຜະລິດ ແລະ ການສະໜອງສະບຽງອາຫານ, ຊຸກຍູ້ສາຍພົວພັນຄູ່ຮ່ວມດ້ານພະລັງງານສະອາດ; ເພີ່ມທະວີການປະດິດສ້າງ ຄົ້ນຄວ້າພັດທະນາ ແລະ ຮ່ວມກັນຜະລິດວັດຊິນ; ຊຸກຍູ້ການອະນຸລັກ ແລະ ການນຳໃຊ້ແບບຍືນຍົງຂອງລະບົບນິເວດທາງບົກ ແລະ ທາງທະເລ; ຍົກລະດັບຄຸນທາດ ແລະ ເຕັກນິກດີຈີຕອນຂອງທົ່ວປວງຊົນ, ເລັ່ງລັດການຫັນປ່ຽນຮູບແບບການພັດທະນາ ແລະ ຍົກລະດັບການຫັນເປັນອຸດສາຫະກຳ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນໃນຍຸກດີຈີຕອນ, ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການພັດທະນາຂອງບັນດາປະເທດ.

 

ຈີນຈະສ້າງເວທີສາກົນເພື່ອແລກປ່ຽນຄວາມຮູ້ ແລະ ບົດຮຽນດ້ານການພັດທະນາ, ສ້າງສູນຊຸກຍູ້ການພັດທະນາຂອງໂລກ, ສ້າງເຄືອຂ່າຍຄວາມຮູ້ກ່ຽວກັບການພັດທະນາຂອງໂລກ, ດຳເນີນການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ, ຊຸກຍູ້ການຮ່ຳຮຽນແລະການຖອດຖອນບົດຮຽນເຊິ່ງກັນແລະກັນ; ຈັດກອງ  ປະຊຸມເວທີປຶກສາຫາລືການພັດທະນາຂອງຊາວໜຸ່ມໂລກ, ຮ່ວມກັນລິເລີ່ມແຜນການດຳເນີນງານແຫ່ງການພັດທະນາຊາວໜຸ່ມໂລກ, ເຕົ້າໂຮມກຳລັງຢ່າງກວ້າງຂວາງທີ່ສຸດເພື່ອຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.