CGTN ຊ່ອງສາລະຄະດີ ແລະວິທະຍຸສຽງແຫ່ງອ່າວໃຫຍ່ກວາງຕຸ້ງຮົງກົງມາກາວຈະເລີ່ມອອກອາກາດເປັນທາງການຢູ່ຮົງກົງແຕ່ 1 ກໍລະກົດເປັນຕົ້ນໄປ

2022-06-24 18:49:42 ​ຊີ​ອາ​ໄອ

ວັນທີ 24 ມີຖຸນານີ້ ໂດຍຖືເປັນມາດຕະຖານລະອຽດອັນໜຶ່ງໃນການຊ່ວຍຊຸກຍູ້ໃຫ້ຮົງກົງພັດທະນາກ້າວໄປໜ້າຢ່າງໜັກແໜ້ນພາຍໃຕ້ຫຼັກການ ປະເທດໜຶ່ງສອງລະບອບ, ແລະເປັນການມອບຂອງວັນໃຫ້ແກ່ພີ່ນ້ອງຮ່ວມຊາດຮົງກົງໃນໂອກາດສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ, CGTN ຊ່ອງສາລະຄະດີ ແລະວິທະຍຸສຽງແຫ່ງອ່າວໃຫຍ່ກວາງຕຸ້ງຮົງກົງມາກາວຈະອອກອາກາດຢູ່ຮົງກົງເປັນທາງການນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ.



ໃນເວລາປະກອບຄຳເຫັນ, ທ່ານລິມຈິງຢິດໂຫງ້ ກ່າວວ່າ, ໃນຫຼາຍປີມານີ້ ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ມີບົດບາດສູງຂຶ້ນໃນສາກົນ ໄດ້ຮັບການສົນໃຈຢ່າງສູງຈາກທັງພາຍໃນແລະຕ່າງປະເທດ, ກາຍເປັນຂົວທີ່ໃຫ້ວັດທະນະທຳຈີນເດີນໄປສູ່ໂລກ. CGTN ຊ່ອງສາລະຄະດີ ແລະວິທະຍຸສຽງແຫ່ງອ່າວໃຫຍ່ກວາງຕຸ້ງຮົງກົງມາກາວອອກອາກາດຢູ່ຮົງກົງເປັນທາງການ ຈະເຮັດໃຫ້ພີ່ນ້ອງຮົງກົງໄດ້ມີຊ່ອງທາງໃໝ່ໃນການຮັບຮູ້ກ່ຽວກັບການພັດທະນາຫຼ້າສຸດຂອງປະເທດຊາດ, ແລະໃຫ້ຊາວຮົງກົງມີຄວາມໃກ້ຊິດແລະສະໜິດສະໜົມກັບປະເທດຊາດຫຼາຍຂຶ້ນຕື່ມອີກ. ຫວັງວ່າ ທາງ CGTN ຊ່ອງສາລະຄະດີ ແລະວິທະຍຸສຽງແຫ່ງອ່າວໃຫຍ່ກວາງຕຸ້ງຮົງກົງມາກາວກໍ່ສາມາດລາຍງານຂ່າວຢ່າງຮອບດ້ານແລະໃນຫຼາຍລະດັບ ເພື່ອໃຫ້ປະຊາຊົນໃນແຜນດິນໃຫຍ່ຈີນກໍ່ສາມາດຮັບຮູ້ເຖິງໂສມໜ້າໃໝ່ ແລະສະພາບການໃໝ່ຂອງຮົງກົງເຊັ່ນກັນ.


ໃນ
ເວລາປະກອບຄຳຄິດຄຳເຫັນ, ທ່ານເຊິ້ງຫາຍຊົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນເນັ້ນວ່າ, ທາງ CGTN ຊ່ອງສາລະຄະດີ ແລະວິທະຍຸສຽງແຫ່ງອ່າວໃຫຍ່ກວາງຕຸ້ງຮົງກົງມາກາວຈະຮັບໃຊ້ຮົງກົງເພື່ອເຊື່ອມໂຍງເຂົ້າກັບການພັດທະນາໂດຍລວມຂອງປະເທດຈີນ, ແລະຊ່ວຍພີ່ນ້ອງຮົງກົງຮັບຮູ້ທິດທາງນະໂຍບາຍຂອງສູນກາງແລະຍຸດທະສາດພັດທະນາຂອງປະເທດຊາດ, ພ້ອມກັນກ້າວໄປໜ້າ ແລະຮ່ວມສ້າງຄວາມຈະເລີນຮຸ່ງເຮືອງກັບແຜ່ນດິນໃຫຍ່ຈີນ.