ທ່ານສີຈິ້ນຜິງມີຄວາມຫ່ວງໃຍເຖິງປະຊາຊົນຄົນທຳມະດາສາມັນ

2022-06-25 16:20:18 cri

  


 ໃນພິທີເປີດງານມະຫາກຳກິລາໂອລິມປິກລະດູໜາວປັກກິ່ງ2022, ທຸງຊາດຈີນທີ່ເປັນທຸງສີແດງແລະມີຫ້າດາວເຫຼືອງສີສົດໃສຜືນໜຶ່ງໄດ້ສົ່ງຕໍ່ກັນຢູ່ທ່າມກາງຄົນຈີນທຳມະດາສາມັນຮ້ອຍກວ່າຄົນ ເຊິ່ງພາບນີ້ໄດ້ກະຕຸ້ນນ້ຳໃຈຮັກຊາດຂອງລູກຫຼານຊາວຈີນຈຳນວນຫຼາຍຈົນນັບບໍ່ຖ້ວນ.

ໃນກຸ່ມຄົນທຳມະດາສາມັນຈຳນວນຮ້ອຍກວ່າຄົນເຫຼົ່ານີ້, ມີ “ອ້າຍບ່າວສົ່ງເຄື່ອງດ່ວນ” ທີ່ໃສ່ຊຸດເຮັດວຽກສີແດງ,ດຳແລະເທົ່າປະສົມກັນຜູ້ໜຶ່ງ, ລາວຊື່ວ່າ ລີວໂຄ້ວ.


ກ່ອນໜ້ານັ້ນ3ປີ ຄື: ວັນທີ 1 ກຸມພາ ປີ2019 ກົງກັບມື້ແຮມ12 ຄ່ຳເດືອນ12 ເຊິ່ງບຸນກຸດຈີນ ຫຼືບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ຢູ່ຮ່ອມຫູທົງ ສືໂທ້ວ ສຽນເມີນ ນະຄອນຫຼວງປັກກິ່ງ, ທ້າວລີວໂຄ້ວພ້ອມດ້ວຍເພື່ອນຮ່ວມງານຂອງລາວໄດ້ພົບເຫັນທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໂດຍບັງເອີນຢູ່ໃກ້ຈຸດບໍລິການສົ່ງເຄື່ອງດ່ວນ.

“ວຽກນີ້ຫຍຸ້ງຫຼາຍບໍ່?” “ບຸນກຸດຈີນຊິບໍ່ເມືອຢາມບ້ານຫວາ?” ທ່ານສີຈິ້ນຜິງໄດ້ຈັບມືກັບບັນດາ “ອ້າຍບ່າວສົ່ງເຄື່ອງດ່ວນ”ທັງຫຼາຍຕາມລຳດັບພ້ອມທັງສອບຖາມເຂົາເຈົ້າດ້ວຍຄວາມສະໜິດສະໜົມ.

“ອ້າຍບ່າວສົ່ງເຄື່ອງດ່ວນ” ຜູ້ໜຶ່ງໄດ້ຕອບວ່າ: “ຮອດມື້ສິ້ນປີຈິ່ງຊິເມືອ.”

ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມຊາບຊຶ້ງໃຈວ່າ: “ວຽກ ‘ອ້າຍບ່າວສົ່ງເຄື່ອງດ່ວນ’ມັນລຳບາກຫຼາຍ, ຕ້ອງນອນເດິກລຸກເຊົ້າ, ເຖິງຈະພົບມື້ຟ້າຝົນລົມແຮງກໍບໍ່ພັກວຽກ, ຍິ່ງຮອດມື້ບຸນຍາມພັກກໍຍິ່ງຄາວຽກຫຼາຍ,ປຽບເໝືອນເຜິ້ງນ້ອຍທີ່ຂະຫຍັນໝັ່ນພຽນ, ເປັນຜູ້ອອກແຮງງານທີ່ດຸໝັ່ນທີ່ສຸດ ເຊິ່ງໄດ້ນຳເອົາຄວາມສະດວກສະບາຍມາສູ່ຊີວິດການເປັນຢູ່ຂອງຄົນເຮົາ.”

ເມື່ອຫວນຄືນເຖິງສະພາບການໃນຕອນນັ້ນ, ທ້າວລີວໂຄ້ວຍັງຄົງຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງໂດຍຍາກທີ່ຈະປິດບັງເອົາໄວ້ໄດ້, ລາວບອກວ່າ: “ຕອນຈັບມືກັບທ່ານເລຂາທິການໃຫຍ່,ຮູ້ສຶກດີໃຈຫາອັນປຽບບໍ່ໄດ້ເລີຍ, ໄດ້ແຕ່ເວົ້າຢູ່ບໍ່ເຊົາວ່າ: ຂອບໃຈທ່ານ! ”

“ທ່ານເລຂາທິການໃຫຍ່ຖາມພວກເຮົາວ່າ: ໃນໄລຍະບຸນກຸດຈີນປີໃໝ່ຊິເມືອຢາມບ້ານຢູ່ຫວາ? ເຮັດວຽກລຳບາກຫຼາຍບໍ່?” ທ້າວສີນານນານ “ອ້າຍບ່າວສົ່ງເຄື່ອງດ່ວນ” ຄິດວ່າ ນີ້ຄືຄວາມເອົາໃຈໃສ່ທີ່ຈິງໃຈທີ່ສຸດຕໍ່ເຂົາເຈົ້າ.

ຄວາມເອົາໃຈໃສ່ອັນຈິງໃຈແບບນີ້ ຍັງໄດ້ເຮັດໃຫ້ສອງຜົວເມຍຈູ່ຈົ່ງຊຸ້ຍ ເຈົ້າຂອງຮ້ານອາຫານນ້ອຍຮູ້ສຶກອົບອຸ່ນໃຈເປັນພິເສດເຊັ່ນກັນ.




ໃນໄລຍະການເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ຂັ້ນພື້ນຖານໃນນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ລົງລົດຊົ່ວຄາວ ແລ້ວຍ່າງເຂົ້າໄປຮ້ານອາຫານນ້ອຍແຫ່ງນັ້ນ ໂດຍເພິ່ນໄດ້ສອບຖາມດ້ວຍຄວາມເອົາໃຈໃສ່ວ່າ: ທຸລະກິດຮ້ານອາຫານເປັນແນວໃດ? ວັດຖຸດິບທີ່ນຳມາປຸງແຕ່ງແມ່ນໄດ້ມາຈາກໃສ? ລົດຊາດເດ້ເປັນແນວໃດ? ພ້ອມທັງໄດ້ອວຍພອນໃຫ້ທຸລະກິດຮ້ານອາຫານຂອງເຂົາເຈົ້າຈົ່ງມີຄວາມຈະເລີນຮຸ່ງເຮືອງ ຊື້ໄດ້ຂາຍໝານ.

ນາງຈູ່ຈົ່ງຊຸ້ຍບອກໃຫ້ຮູ້ວ່າ: “ຕອນທີ່ທ່ານເລຂາທິການໃຫຍ່ຍ່າງເຂົ້າມາ, ພໍດີຢູ່ໃນຮ້ານຂອງຂ້ອຍ ມີລູກຄ້າພວມຮັບປະທານອາຫານເຕັມໂຕະ, ພໍຂ້ອຍຫັນຫຼັງມາກໍເຫັນເພິ່ນຢູ່ເຊິ່ງໜ້າແລ້ວ, ຮູ້ສຶກຕື້ນຕັນໃຈຫຼາຍ! ”

ປັດຈຸບັນ, ຮ້ານອາຫານນ້ອຍແຫ່ງນີ້ໄດ້ກາຍເປັນຮ້ານອາຫານດັງໃນທາງອິນເຕີເນັດ, ມີຄົນຈຳນວນຫຼາຍມາອຸດໜູນເນື່ອງຈາກຊື່ດັງຂອງມັນ. ດ້ວຍສອງຝາມືແລະຄວາມດຸໝັ່ນອົດທົນ, ສອງຜົວເມຍຈູ່ຈົ່ງຊຸ້ຍຈຶ່ງມີຊີວິດການເປັນຢູ່ທີ່ດີຂຶ້ນທຸກໆປີ. ອາໄສການເຮັດທຸລະກິດຮ້ານອາຫານເບົາ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ບັນລຸເຖິງລະດັບອີ່ມໜຳສຳລານແລ້ວ, ລູກຊາຍຂອງເຂົາເຈົ້າກຳລັງຮຽນຢູ່ເມືອງສາວຫູແຂວງອ່ານຮຸ່ຍ, ສ່ວນລູກສາວແມ່ນເຮັດວຽກຢູ່ນະຄອນນານກິ່ງແຂວງຈ່ຽງຊູ.

ຄວາມທຸກສຸກຂອງຄົນທຳມະດາສາມັນ, ທ່ານສີຈິ້ນຜິງແມ່ນມີຄວາມຫ່ວງໃຍຢູ່ສະເໝີ. ຄຳສອບຖາມແຕ່ລະຄວາມ, ຄວາມເອົາໃຈໃສ່ທຸກໆເທື່ອ ລ້ວນແຕ່ແມ່ນຄວາມຫ່ວງໃຍອັນເລິກເຊິ່ງຂອງທ່ານສີຈິ້ນຜິງທີ່ມີຕໍ່ຊາວຜູ້ອອກແຮງງານຄົນທຳມະດາ.

ຢູ່ສະຖານທີ່ກໍ່ສ້າງ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບກຳມະກອນກໍ່ສ້າງທີ່ເປັນແຮງງານຊົນນະບົດເຄື່ອນຍ້າຍແບບສະໜິດສະໜົມ. ເມື່ອໄດ້ຍິນວ່າ: ຝ່າຍຄຸ້ມຄອງສະຖານທີ່ກໍ່ສ້າງໄດ້ຈັດແຈງເຮືອນຢູ່ສະເພາະໃຫ້ກຳມະກອນເພື່ອເຕົ້າໂຮມຄອບຄົວ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປຫ້ອງໜຶ່ງ ເພື່ອຢ້ຽມຢາມຄອບຄົວທ່ານຟ້ານຢົງ ເຊິ່ງເປັນກຳມະກອນເຮັດວຽກກ່ຽວກັບເຫຼັກທີ່ມາຈາກແຂວງເຫີນານ, ໂດຍເພິ່ນໄດ້ເວົ້າກັບເຂົາເຈົ້າວ່າ: ມາເທື່ອໜຶ່ງມັນບໍ່ແມ່ນເລື່ອງງ່າຍ, ໄປທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆໃນປັກກິ່ງແດ່ ເພື່ອເປັນການເຕົ້າໂຮມກັນ ແລະຊົມໃຊ້ຄວາມສຸກຂອງຄອບຄົວໃຫ້ດີ.

ຢູ່ສະຖານີອະນາໄມ, ທ່ານສີຈິ້ນຜິງໄດ້ທັກທາຍສະບາຍດີກັບກຳມະກອນອະນາໄມຕົວເມືອງດ້ວຍຮ້ອຍຍິ້ມທີ່ແຈ່ມໃສ ພ້ອມທັງຍ້ອງຍໍເຂົາເຈົ້າວ່າ: ເປັນ “ຊ່າງເສີມສວຍ”ຂອງຕົວເມືອງ, ເພິ່ນກ່າວວ່າ: “ຖ້າຫາກບໍ່ມີການອອກແຮງງານຢ່າງດຸໝັ່ນຂອງພວກສະຫາຍ,ກໍບໍ່ມີຄວາມສະອາດງາມຕາຂອງຕົວເມືອງ, ແລະຊາວເມືອງກໍບໍ່ມີຊີວິດການເປັນຢູ່ທີ່ມີຄວາມສຸກສະບາຍ.”


ຢູ່ບໍລິສັດຂົນສົ່ງໂດຍສານລົດຕັກຊີ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ທີ່ສຸດຕໍ່ກັບບັນຫາຫຍຸ້ງຍາກໃນການຫາຂີ່ລົດຕັກຊີ ເຊິ່ງເປັນບັນຫາທີ່ປະຊາຊົນສ່ອງແສງມາຢ່າງພົ້ນເດັ່ນ, ເພິ່ນໄດ້ສອບຖາມຄວາມຄິດຄວາມເຫັນຂອງບັນດາຜູ້ຂັບລົດຕັກຊີທັງຫຼາຍ. “ຫາບ່ອນຈອດລົດຍາກ”, “ລາຄານ້ຳມັນກໍແພງ”, “ສະຖານີລົດຕັກຊີແລະບ່ອນຈອດລົດມີໜ້ອຍລົງ”, “ຄວນສ້າງເວທີຫຼືແຟລັດຟອມຈັດສັນກິດຈະການທີ່ເປັນເອກະພາບກັນ”… ຜູ້ຂັບລົດຕັກຊີທັງຫຼາຍໄດ້ຍາດກັນປະກອບຄຳເຫັນຢ່າງຕັ້ງໜ້າ. ທ່ານສີຈິ້ນຜິງຮັບຟັງແລ້ວກໍກ່າວຢືນຢັນວ່າ: ພວກເຮົາຫາກໍ່ໄດ້ຈັດປະຊຸມປຶກສາຫາລືຢ່າງກົງໄປກົງມາແລະມີປະຊາທິປະໄຕ, ສິ່ງທີ່ພວກສະຫາຍເວົ້າມານັ້ນແມ່ນຕິດແທດຕົວຈິງຫຼາຍ, ພາກສ່ວນທີ່ກ່ຽວຂ້ອງຕ້ອງເລືອກເອົາຄຳເຫັນທີ່ດີເພື່ອຄົ້ນຄວ້າພິຈາລະນາແລະນຳໄປໃຊ້ໃນພາກປະຕິບັດຕົວຈິງ.

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ຄວາມສຸກ ທຸກຢ່າງຢູ່ໃນໂລກນີ້ ລ້ວນແຕ່ຕ້ອງສ້າງຂຶ້ນດ້ວຍການອອກແຮງງານຢ່າງດຸໝັ່ນ” “ຄົນທຳມະດາສາມັນນັບເປັນໝື່ນເປັນລ້ານຄົນແມ່ນຍິ່ງໃຫຍ່ທີ່ສຸດ.”

“ອ້າຍບ່າວສົ່ງເຄື່ອງດ່ວນ” ໄດ້ແລ່ນວິ່ງເຕັ້ນສົ່ງເຄື່ອງດ່ວນໃຫ້ເປັນພັນເປັນໝື່ນຄອບຄົວ, ກຳມະການອະນາໄມເຮັດວຽກຢ່າງດຸໝັ່ນເພື່ອໃຫ້ຕົວເມືອງມີຄວາມສະອາດງາມຕາຫຼາຍກວ່າເກົ່າ, ຜູ້ຂັບລົດຕັກຊີຂຸ້ນນຳວຽກເພື່ອອຳນວຍຄວາມສະດວກໃນການເດີນທາງໃຫ້ແກ່ຊາວເມືອງ… ຜູ້ອອກແຮງງານຈຳນວນຫຼວງຫຼາຍນັບເປັນໝື່ນເປັນລ້ານຄົນໄດ້ເຮັດວຽກຢ່າງດຸໝັ່ນຂະຫຍັນພຽນຢູ່ຕາມຕຳແໜ່ງງານທຳມະດາຂອງຕົນ.

 

ໃນໂອກາດກ່າວຄຳອວຍພອນປີໃໝ່ສາກົນ2019, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດູດດື່ມວ່າ: “ພວກເຮົາຕ້ອງຂອບໃຈນຳຜູ້ປະດິດສ້າງ, ຜູ້ປົກປ້ອງຊີວິດການເປັນຢູ່ທີ່ດີເຫຼົ່ານີ້.”