ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂອງສູນກາງພັກກອມມູນິດຈີນຄັ້ງທີ 26

2022-06-25 12:49:49 cri

ຕອນບ່າຍວັນທີ 22 ມິຖຸນາ2022ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ, ປະທານຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂອງສູນກາງພັກກອມມູນິດຈີນໄດ້ເປັນປະທານຈັດກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂອງສູນກາງພັກກອມມູນິດຈີນຄັ້ງທີ 26, ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາແລະຮັບຮອງເອົາເອກກະສານຕ່າງໆຄື: ຄວາມເຫັນກ່ຽວກັບການສ້າງລະບຽບການພື້ນຖານດ້ານຂໍ້ມູນເພື່ອເສີມຂະຫຍາຍບົດບາດປັດໄຈຂໍ້ມູນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ຄວາມເຫັນວ່າດ້ວຍການເພີ່ມທະວີແລະປັບປຸງວຽກງານຂີດແບ່ງເຂດບໍລິຫານ, ແຜນງານວ່າດ້ວຍການດຳເນີນວຽກງານຈຸດສຸມປະຕິຮູບການຕີລາຄາຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກ, ແຜນງານວ່າດ້ວຍການເພີ່ມທະວີການຕິດຕາມຄຸ້ມຄອງບໍລິສັດເວທີການຊຳລະສະສາງຂະຫນາດໃຫຍ່ເພື່ອຊຸກຍູ້ໃຫ້ການຊຳລະສະສາງແລະວິທະຍາສາດເຕັກນິກດ້ານການເງິນໃຫ້ຂະຫຍາຍຕົວເປັນລະບຽບແບບແຜນແລະປອດໃສ.

 

ໃນເວລາເປັນປະທານຈັດກອງປະຊຸມ,ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ການສ້າງລະບຽບການພື້ນຖານດ້ານຂໍ້ມູນໄດ້ພົວພັນເຖິງສະພາບລວມແຫ່ງການພັດທະນາແລະຄວາມໝັ້ນຄົງແຫ່ງຊາດ, ຕ້ອງຮັກສາຄວາມໝັ້ນຄົງດ້ານຂໍ້ມູນຂອງຊາດ, ປົກປ້ອງຂໍ້ມູນສ່ວນຕົວແລະຄວາມລັບດ້ານທຸລະກິດ, ຊຸກຍູ້ການຈໍລະຈອນຂໍ້ມູນແລະການນຳໃຊ້ຂໍ້ມູນຢ່າງມີປະສິດທິພາບສູງ, ເສີມສ້າງຄວາມສາມາດໃຫ້ກັບເສດຖະກິດຮູບປະທຳ, ປະສານງານການຊຸກຍູ້ວຽກງານສິດຊັບສິນດ້ານຂໍ້ມູນ, ການຈໍລະຈອນຊື້ຂາຍຂໍ້ມູນ, ການແຈກຢາຍຜົນລາຍໄດ້, ການຄຸ້ມຄອງຄວາມປອດໄພໃຫ້ເປັນເອກະພາບກັນ, ເລັ່ງສ້າງລະບົບລະບຽບການພື້ນຖານດ້ານຂໍ້ມູນ.ຕ້ອງເພີ່ມທະວີການນຳພາແບບລວມສູນເປັນເອກະພາບກັນຂອງສູນກາງພັກຕໍ່ວຽກງານຂີດແບ່ງເຂດບໍລິຫານ, ວາງແຜນເປັນເອກະພາບກັນໃຫ້ດີ, ເພື່ອຫຼີກເວັ້ນການປະຕິບັດງານແບບຫຼັບຫູຫຼັບຕາແລະບໍ່ເປັນລະບຽບ. ຕ້ອງເຄົາລົບແລະປະຕິບັດຕາມກົດເກນປະດິດສ້າງດ້ານວິທະຍາສາດເຕັກນິກແລະກົດເກນການເຕີບໃຫຍ່ຂອງຜູ້ມີຄວາມຮູ້ຄວາມສາມາດ, ຖືເອົາການກະຕຸ້ນຄວາມມີຊີວິດຊີວາໃນການປະດິດສ້າງຂອງຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກເປັນເປົ້າໝາຍ, ອີງຕາມປະເພດການເຄື່ອນໄຫວປະດິດສ້າງ, ກໍ່ສ້າງລະບົບຕີລາຄາຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກນິກທີ່ເນັ້ນໜັກຄຸນຄ່າ, ຄວາມສາມາດແລະການປະກອບສ່ວນໃນດ້ານການປະດິດສ້າງ, ເພື່ອຊັກນຳໃຫ້ຜູ້ມີຄວາມຮູ້ຄວາມສາມາດເສີມຂະຫຍາຍຄວາມສາມາດຂອງຕົນຢ່າງເຕັມສ່ວນ ແລະສ້າງຜົນງານທີ່ດີໃຫ້ໄດ້. ຕ້ອງຊຸກຍູ້ວິສາຫະກິດເວທີຊຳລະສະສາງແລະເວທີວິທະຍາສາດເຕັກນິກການເງິນຂະໜາດໃຫຍ່ໃຫ້ກັບຄືນສູ່ເປົ້າໝາຍເດີມ, ບູລະນະກົດລະບຽບຕິດຕາມຄຸ້ມຄອງໃຫ້ສົມບູນຂຶ້ນ, ແກ້ໄຂຈຸດອ່ອນດ້ານລະບຽບການ, ຮັບປະກັນຄວາມປອດໄພດ້ານການຊໍາລະສະສາງແລະພື້ນຖານໂຄງລ່າງດ້ານການເງິນ, ປ້ອງກັນແລະແກ້ໄຂຄວາມສ່ຽງທີ່ແຝງຊ້ອນໃນລະບົບການເງິນ, ສະໜັບສະໜູນວິສາຫະກິດເວທີເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການໃຫ້ບໍລິການແກ່ເສດຖະກິດຮູບປະທຳແລະການເຮັດໃຫ້ການເຄື່ອນໄຫວດ້ານເສດຖະກິດທັງພາຍໃນແລະສາກົນມີຄວາມໂລ່ງລ່ຽນ.

 

ທ່ານຫຼີເຄີ້ສຽງ, ທ່ານຫວາງຮູ້ນິງ, ທ່ານຫານເຈີ້ງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂອງສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.