ຕາລາງລາຍການ FM93Mhz

ປະເທດຕາເວັນຕົກສາມາດເຂົ້າໃຈ “ການພັດທະນາ” ແລະ “ການຮ່ວມມື” ໃນ “ຖະແຫຼງການປັກກິ່ງ” ຫຼືບໍ່?

2022-06-27 21:43:01 cri

ກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ(BRICS)ຄັ້ງທີ 14 ໄດ້ຈັດຂຶ້ນແຕ່ວັນທີ 23 ຫາວັນທີ 24 ມິຖຸນາ 2022 ນີ້, ການພົບປະກັນຄັ້ງນີ້ໄດ້ຜ່ານການຮັບຮອງ ແລະປະກາດ “ຖະແຫຼງການປັກກິ່ງຂອງກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສຄັ້ງທີ 14”. ໃນຖະແຫຼງການດັ່ງກ່າວໄດ້ກ່າວເຖິງ “ການພັດທະນາ” 89 ເທື່ອ ແລະ “ການຮ່ວມມື” 105 ເທື່ອ. ໄດ້ເນັ້ນໜັກຄຳໝັ້ນສັນຍາກ່ຽວກັບລັດທິຫຼາຍຝ່າຍ, ປົກປັກຮັກສາກົດໝາຍສາກົນ ແລະບົດບາດເປັນໃຈກາງຂອງອົງການສະຫະປະຊາຊາດໃນລະບົບສາກົນ ແລະອື່ນໆອີກຄັ້ງໜຶ່ງ. ເມື່ອການພັດທະນາຂອງໂລກກ້າວເຂົ້າສູ່ໄລຍະວຸ້ນວາຍ ແລະເກີດການປ່ຽນແປງໃໝ່, ການປະກາດ “ຖະແຫຼງການປັກກິ່ງ” ມີຄວາມໝາຍພິເສດ.

ເກືອບໃນເວລາດຽວກັນທີ່ຈັດກອງປະຊຸມພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສຄັ້ງທີ 14, ອາເມຣິກາກໍເປັນປະທານຈັດກອງປະຊຸມສຸດຍອດສອງຄັ້ງກໍຄື ກອງປະຊຸມສຸດຍອດກຸ່ມ 7 ປະເທດ ຫຼື G7 ແລະ ກອງປະຊຸມສຸດຍອດກຸ່ມນາໂຕ. ແຕ່ຕ່າງກັນກັບຂໍ້ລິເລີ່ມການພັດທະນາ ແລະການຮ່ວມມືຂອງ “ຖະແຫຼງການປັກກິ່ງ”, ກອງປະຊຸມສຸດຍອດ G7 ແລະກອງປະຊຸມສຸດຍອດນາໂຕໄດ້ກາຍເປັນກອງປະຊຸມທີ່ດຶງພັກດຶງພວກ ແລະ ເຕັມໄປດ້ວຍແນວຄວາມຄິດ “ສົງຄາມເຢັນ”. ຄືດັ່ງການລາຍງານຂ່າວຂອງສື່ມວນຊົນອາເມຣິການັ້ນວ່າ, ກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດກຸ່ມນາໂຕເທື່ອນີ້ ຈະສ້າງຄວາມສາມັກຄີກັນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ເພື່ອຮັບມືກັບ “ສິ່ງທ້າທາຍທີ່ສຳຄັນ” ແລະ ປົກປັກຮັກສາ “ຄ້າຍປະຊາທິປະໄຕປະເທດຕາເວັນຕົກທີ່ຖືອາເມຣິກາເປັນໃຈກາງ.” ຄວາມເວົ້າເຫຼົ່ານີ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກຄືວ່າໄດ້ກັບຄືນສູ່ສະໄໝສົງຄາມເຢັນ.

ເມື່ອທົບທວນຄືນປະຫວັດສາດ, ໃນຊຸມປີ 1950 ຫາ 1960, ສະຖານະການຂອງໂລກພວມຢືນຢູ່ທາງແບ່ງຂອງປະຫວັດສາດ. ຕອນນັ້ນສົງຄາມໂລກຄັ້ງທີ 2 ສິ້ນສຸດລົງແລ້ວ, ປະຊາຊົນຂອງເຂດຖືກລ່າເມືອງຂຶ້ນຕ່າງໆໄດ້ສະດຸ້ງຕື່ນຂຶ້ນ, ເປົ້າໝາຍຂອງຫຼາຍປະເທດແມ່ນຍາດແຍ່ງເປັນປະເທດເອກະລາດ, ແຕ່ວ່າພາຍຫຼັງເກີດສົງຄາມເຢັນແລ້ວ, ທົ່ວໂລກໄດ້ຕົກຢູ່ໃນສະພາບການເປັນປໍລະປັກກັນລະຫວ່າງສອງຄ້າຍ ແລະເກີດການປະທະກັນຢູ່ພາກພື້ນ. ປະເທດພວມພັດທະນາມີຄວາມປາດຖະໜາຕໍ່ການພັດທະນາໂດຍສັນຕິຢ່າງຮ້ອນຮົນແບບບໍ່ເຄີຍມີມາກ່ອນ. ພາຍໃຕ້ເບື້ອງຫຼັງດັ່ງກ່າວ, ກອງປະຊຸມບັນດຸງ ເຊິ່ງເປັນກອງປະຊຸມສາກົນຄັ້ງທຳອິດທີ່ບໍ່ມີປະເທດລ່າເມືອງຂຶ້ນເຂົ້າຮ່ວມ ແລະ ເພື່ອປຶກສາຫາລືຜົນປະໂຫຍດຕິດແທດຕົວຈິງຂອງປະຊາຊົນອາຊີ ແລະອາຟຣິກາ ໄດ້ຈັດຂຶ້ນເມື່ອປີ 1955. ຜູ້ຕາງໜ້າຂອງ 29 ປະເທດ ແລະ ເຂດແຄວ້ນຂອງອາຊີ ແລະ ອາຟຣິກາໄດ້ເຂົ້າຮ່ວມ ແລະ ໄດ້ກຳເນີດຈິດໃຈບັນດຸງແຫ່ງ “ສາມັກຄີ, ມິດຕະພາບ ແລະການຮ່ວມມື.”

ປັດຈຸບັນ, ໂລກໄດ້ຢືນຢູ່ທາງແບ່ງຂອງປະຫວັດສາດອີກຄັ້ງໃໝ່. ຈະໄປຕາມທາງສັນຕິພາບ ຫຼື ທາງສົງຄາມ? ຈະໄປຕາມທາງຂອງການພັດທະນາ ຫຼື ທາງຂອງການຊຸດໂຊມ? ຈະເປີດປະຕູສູ່ພາຍນອກ ຫຼື ອັດປະຕູແຍກກັບພາຍນອກ? ຈະຮ່ວມມືກັນ ຫຼື ເປັນປໍລະປັກກັນ? ສຳລັບໂລກທີ່ປັ່ນປ່ວນວຸ້ນຍາຍ ແລະ ເຕັມໄປດ້ວຍສິ່ງທ້າທາຍຕ່າງໆແລ້ວ, ກອງປະຊຸມປະເທດບຣິກສແມ່ນເລື່ອງໜ້າດີໃຈ, “ຖະແຫຼງການປັກກິ່ງ” ທີ່ເປັນຕົວແທນຂອງຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະເທດບຣິກສ ກໍແມ່ນຫຼັກຖານທີ່ຈະແຈ້ງທີ່ສຸດ. ຄືດັ່ງຄຳເວົ້າຂອງທ່ານສີຈີ້ນຜິງ ທີ່ກ່າວໃນກອງປະຊຸມຜູ້ນຳບັນດາປະເທດບຣິກສຄັ້ງນີ້ວ່າ: “ປະເທດບຣິກສບໍ່ແມ່ນສະໂມສອນທີ່ປິດປະຕູ, ທັງບໍ່ແມ່ນກຸ່ມກ້ອນທີ່ແຍກກັບພາຍນອກ, ແຕ່ແມ່ນມະຫາຄອບຄົວທີ່ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ເປັນຄູ່ຮ່ວມມືທີ່ດີທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.”

ປະເທດບຣິກສ ຈາກ 4 ປະເທດໃນຕອນເລີ່ມຕົ້ນ ໄດ້ຂະຫຍາຍຕົວອອກເປັນ 5 ປະເທດ, ແລ້ວກາຍເປັນ “ປະເທດບຣິກສ+”, ຈົນຮອດກອງປະຊຸມສົນທະນາລະຫວ່າງການນຳຂັ້ນສູງກ່ຽວກັບການພັດທະນາຂອງໂລກ, ປະເທດບຣິກສໄດ້ກາຍເປັນຕົວແທນ ແລະ ເວທີຂອງຕະຫຼາດທີ່ພັດທະນາໃໝ່ ແລະປະເທດພວມພັດທະນາ ໃນປັດຈຸບັນ. ສິ່ງທີ່ຕ້ອງເວົ້າເຖິງນັ້ນກໍຄື ປະເທດບຣິກສ ໄດ້ສ້າງກົນໄກປຶກສາຫາລືທີ່ກ່ຽວຂ້ອງສະເພາະບັນຫາເຂດຕາເວັນອອກກາງ, ການອອກ “ຖະແຫຼງການປັກກິ່ງ” ເທື່ອນີ້ກໍໄດ້ສະເໜີແຜນການແກ້ໄຂທີ່ມີລັກສະນະສ້າງສັນກ່ຽວກັບຫົວຂໍ້ອັຟການິສຖານ, ອີຣານ, ສປປ ເກົາຫຼີ ແລະອື່ນໆ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງ ຈາກປະເທດໃນພາກພື້ນ.

ປັດຈຸບັນ, ອາເມຣິກາກໍເວົ້າຕົນເອງວ່າກຳລັງປະຕິບັດຕາມທິດທາງ “ລັດທິຫຼາຍຝ່າຍ”, ແຕ່ທີ່ຈິງແລ້ວ, ດ້ວຍກຳລັງຕົວຈິງທີ່ເຂັ້ມແຂງຂອງຕົນ, ອາເມຣິກາໄດ້ຕັ້ງໂຕເປັນຜູ້ນຳພາໃນການສ້າງກົນໄກ ແລະ ລະບຽບການຕ່າງໆ ໂດຍລະບຽບການຂອງອາເມຣິກາເອງກໍເປັນລະບຽບການສູງສຸດພາຍໃນກຸ່ມກ້ອນ. ພ້ອມກັນນັ້ນ, ສື່ມວນຊົນປະເທດຕາເວັນຕົກຈຳນວນໜຶ່ງກໍຄິດໄປໃນມຸມມອງແຄບໂດຍເຫັນວ່າ: ກົນໄກປະເທດບຣິກສຄິດຢາກສ້າງ “ສະຫະພັນຕໍ່ຕ້ານອາເມຣິກາ”, ທີ່ຈິງແລ້ວນີ້ກໍເພື່ອເຮັດໃຫ້ປະເທດຕາເວັນຕົກຕ້ອງເຊື່ອຟັງອາເມຣິກາຢ່າງເດັດຂາດໃນກຸ່ມກ້ອນຂອງໂຕເອງ.

ພວກເຮົາຫວັງວ່າ ກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດກຸ່ມນາໂຕ ພ້ອມດ້ວຍ ສື່ມວນຊົນປະເທດຕາເວັນຕົກທີ່ມີແນວຄິດອະຄະຕິ ຈົ່ງຕັ້ງໃຈອ່ານ “ຖະແຫຼງການປັກກິ່ງ” ໃຫ້ລະອຽດ, ຫວັງວ່າເຂົາເຈົ້າສາມາດເຂົ້າໃນເນື້ອໃນຂອງ “ການພັດທະນາ” ແລະ “ການຮ່ວມມື” ໃນຖະແຫຼງການປັກກິ່ງຢ່າງແທ້ຈິງ.