ມຽນມາທຳລາຍຢາເສບຕິດແລະວັດຖຸເຄມີທີ່ໃຊ້ຜະລິດຢາເສບຕິດໄດ້ຈຳນວນຫຼວງຫຼາຍ

2022-06-27 15:01:18 cri


   ວັນທີ26ມິຖຸນາເປັນວັນເກືອດຫ້າມຢາເສບຕິດສາກົນ. ມື້ດຽວກັນ ຄະນະກຳມະການສູນກາງຄຸ້ມຄອງແລະຄວບຄຸມການລະບາດຢາເສບຕິດຂອງມຽນມາໄດ້ຈັດກິດຈະກຳທຳລາຍຢາເສບຕິດຢູ່ນະຄອນຢາງກຸ້ງ,ມານດາເລແລະຕອງຈີ.

   ຕາມຂ່າວສານມຽນມາລາຍງານວ່າ: ຢູ່3ແຫ່ງດັ່ງກ່າວ ໄດ້ທຳລາຍຢາເສບຕິດແລະວັດຖຸເຄມີທີ່ໃຊ້ຜະລິດຢາເສບຕິດລວມ79ຊະນິດໃນມື້ດຽວກັນ,ເຊິ່ງລວມທັງຢາຝິ່ນ2.650 ກວ່າກິໂລ,ເຮໂລອີນ1.940ກວ່າກິໂລ ແລະຢາໄອສ 23.600 ກວ່າກິໂລ.

   ມື້ດຽວກັນ ຄະນະກຳມະການສູນກາງຄຸ້ມຄອງແລະຄວບຄຸມການລະບາດຢາເສບຕິດຂອງມຽນມາໄດ້ປະກາດບົດຄວາມໃນໜັງສືພິມຝ່າຍທາງການມຽນມາໂດຍລະບຸວ່າ:ລັດຖະບານມຽນມາຊຸດຜ່ານມາໄດ້ອອກແຮງປາບປາມແລະທຳລາຍຢາເສບຕິດ,ເຮັດໃຫ້ຈຳນວນການປູກແລະປຸງແຕ່ງຕົ້ນຝິ່ນຫຼຸດໜ້ອຍລົງ,ແຕ່ຍັງຜະເຊີນໜ້າກັບສິ່ງທ້າທາຍທີ່ນັບມື້ນັບຮ້າຍແຮງຂຶ້ນ ຄືໃຊ້ວັດຖຸເຄມີຜະລິດເປັນຢາເສບຕິດ ເຊັ່ນ: ຢາກະຕຸ້ນປະສາດ ແລະຢາໄອສເປັນຕົ້ນ.