ອັຟການີສະຖານ: ຫຼັງຈາກໄພແຜ່ນດິນໄຫວ

2022-06-27 15:05:01 CRI


  ວັນທີ 22 ມິຖຸນານີ້, ອັຟການີສະຖານໄດ້ປະສົບໄພແຜ່ນດິນໄຫວຂັ້ນຮ້າຍແຮງທີ່ສຸດໃນສອບ 20 ກວ່າປີຜ່ານມານີ້, ໃນນັ້ນ, ແຂວງໂຮສດ໌ ແລະ ແຂວງປັກຕີກາໄດ້ປະສົບຄວາມເສຍຫາຍຫຼາຍທີ່ສຸດ.ໄພແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1.500 ກວ່າຄົນ,ບາດເຈັບ 2.000 ກວ່າຄົນ, ເຮືອນ 3.000 ກວ່າຫຼັງພັງຖະຫຼົ່ມ.