ເກີດໄຟໄໝ້ຢູ່ເຂດການຄ້າໃຈກາງນະຄອນຫຼວງບາງກອກ ເຮັດໃຫ້ມີຜູ້ເສຍຊີວິດ2ຄົນແລະບາດເຈັບ9ຄົນ

2022-06-27 15:03:10 cri


   ໃນເວລາ11ໂມງ30ນາທີຂອງວັນທີ26ມິຖຸນານີ້,ຢູ່ນະຄອນຫຼວງບາງກອກຂອງໄທ ມີຕຶກອາຄານທາງການຄ້າຫຼັງໜຶ່ງໄດ້ເກີດໄຟໄໝ້,ນັບມາຮອດປັດຈຸບັນ ໄດ້ພົບຜູ້ເສຍຊີວິດ2ຄົນແລະໄດ້ຮັບບາດເຈັບ9ຄົນ.

   ຍ້ອນວ່າຕຶກອາຄານການຄ້າທີ່ເກີດໄຟໄໝ້ແມ່ນຕຶກເກົ່າແກ່,ຢູ່ດ້ານໃນໄດ້ສະສົມສິນຄ້າເປັນຈຳນວນຫຼວງຫຼາຍ,ເຫດໄຟໄໝ້ຄັ້ງນີ້ອາດຈະສົ່ງຜົນກະທົບຕໍ່ໂຄງປະກອບສິ່ງກໍ່ສ້າງທີ່ຈະເຮັດໃຫ້ຕຶກພັງທະລາຍໄດ້. ປັດຈຸບັນ ເຂດອ້ອມແອ້ມສະຖານທີ່ເກີດໄຟໄໝ້ຖືກອັດການສັນຈອນໄປມາແລ້ວ.