ທ່ານສີຈິ້ນຜິງສົ່ງເສີມໃຫ້ຊາວກະສິກອນຜູ້ປູກຝັງທັນຍາຫານຂະໜາດໃຫຍ່ ນຳພາຊາວກະສິກອນຂະໜາດນ້ອຍຈຳນວນມະຫາສານປູກທັນຍາຫານໃຫ້ຫຼາຍໃຫ້ດີ

2022-06-28 20:29:01 CRI


ວັນທີ 27 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຈົດໝາຍຕອບຄືນໃຫ້ທ່ານຊີຊົງຊຽງ ຊາວກະສິກອນຜູ້ປູກຝັງທັນຍາຫານຢ່າງຂະໜາດໃຫຍ່ຂອງເມືອງໄທ້ເຫີແຂວງອ່ານຫຸ່ຍ, ໂດຍສະແດງຄວາມຢື້ຢາມຖາມຂ່າວຕໍ່ພີ່ນ້ອງປະຊາຊົນຂອງທ້ອງຖິ່ນແຫ່ງນັ້ນ, ທັງໄດ້ສະເໜີຄວາມປາຖະໜາຢ່າງຈິງໃຈຕໍ່ ຊາວກະສິກອນຜູ້ປູກຝັງທັນຍາຫານຢ່າງຂະໜາດໃຫຍ່ຂອງທົ່ວປະເທດ.



ໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຂ້າພະເຈົ້າຍັງຈື່ສະຫາຍທີ່ເປັນຜູ້ເກັ່ງກ້າສາມາດດ້ານການປູກຝັງທັນຍາຫານຢູ່ເມືອງໄທ້ເຫີແຂວງອ່ານຫຸ່ຍ. ໄດ້ຮັບຂ່າວວ່າ ເຂົ້າບະເຣທີ່ສະຫາຍປູກນັ້ນໄດ້ຮັບຜົນເກັບກ່ຽວອັນອຸດົມສົມບູນຢ່າງໜ້າຊື່ນໃຈ, ລູກຫຼານກໍໄດ້ເຮັດວຽກກະສິກຳນຳກັນກັບສະຫາຍ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ.



ທ່ານສີຈິ້ນຜິງກ່າວວ່າ, ໃນມືມີສະບຽງອາຫານ, ໃນໃຈຈຶ່ງບໍ່ເປັນຫ່ວງ. ຕໍ່ກັບການຜະລິດທັນຍາຫານ, ຂ້າພະເຈົ້າໄດ້ເອົາໃຈໃສ່ຕະຫຼອດມາ, ໃນເວລາສຳຫຼວດກວດກາວຽກງານຢູ່ຮາກຖານກໍມັກໄປກວດເບິ່ງຢູ່ຕາມທົ່ງໄຮ່ທົ່ງນາ. ໃນຊຸມປີມໍ່ໆມານີ້, ສູນກາງພັກໄດ້ວາງນະໂຍບາຍ ແລະ ມາດຕະການຕ່າງໆເພື່ອສະໜັບສະໜູນການຜະລິດທັນຍາຫານ, ກໍແມ່ນເພື່ອໃຫ້ປະຊາຊົນຈີນຈັບຖ້ວຍເຂົ້າຂອງຕົນໄວ້ໃນມືຂອງຕົນຢ່າງແໜ້ນໆ, ກໍແມ່ນເພື່ອໃຫ້ຊາວກະສິກອນທີ່ປູກຝັງທັນຍາຫານມີລາຍຮັບ, ໄດ້ຮັບຜົນປະໂຫຍດຕົວຈິງ, ແລະມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ຫວັງວ່າຜູ້ປູກຝັງທັນຍາຫານຂະໜາດໃຫຍ່ຈະເສີມຂະຫຍາຍທ່າແຮງໃນດ້ານທຸລະກິດຂະໜາດໃຫຍ່, ຕັ້ງໜ້ານຳໃຊ້ວິທະຍາສາດເຕັກນິກດ້ານກະສິກຳທີ່ທັນສະໄໝ, ນຳພາຄອບຄົວຊາວກະສິກອນຂະໜາດນ້ອຍຈຳນວນມະຫາສານປູກຝັງທັນຍາຫານໃຫ້ຫຼາຍໃຫ້ດີ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ.