ຮອງຜູ້ອຳນວຍການທະນາຄານພັດທະນາໃໝ່ກ່າວວ່າ: ປະຊາຄົມໂລກຄວນຍຶດໝັ້ນລັດທິຫຼາຍຝ່າຍ ແລະ ເນັ້ນການປະຕິບັດຕົວຈິງ

2022-06-28 19:53:32 cri

ຕອນຄໍ່າວັນທີ 23 ມິຖຸນາ 2022 ນີ້, ການພົບປະກັນລະຫວ່າງຜູ້ນໍາປະເທດບຣິກສຄັ້ງທີ 14 ໄດ້ຈັດຂຶ້ນຜ່ານທາງວິດີໂອ. ວັນທີ 24 ມິຖຸນານີ້, ທ່ານໂຈ່ສຽງອູ ຮອງຜູ້ອຳນວຍການທະນາຄານພັດທະນາໃໝ່ປະເທດບຣິກສ ຫຼື NDB ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ທະນາຄານພັດທະນາໃໝ່ ຈະສືບຕໍ່ຮັບເອົາສະມາຊິກໃໝ່ຢ່າງໝັ້ນທ່ຽງ ເພື່ອໃຫ້ມີໝູ່ເພື່ອນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ. ປະຊາຄົມໂລກ ລວມທັງປະເທດບຣິກສ ຄວນຍຶດໝັ້ນລັດທິຫຼາຍຝ່າຍ, ເນັ້ນການປະຕິບັດຕົວຈິງ, ສຸມກຳລັງເຂົ້າໃນການຮ່ວມມື ໂດຍແນໃສ່ການລຶບລ້າງຄວາມແຕກໂຕນກັນທາງດ້ານການພັດທະນາ ແລະແກ້ໄຂສະພາບຄວາມຫຍຸ້ງຍາກດ້ານການພັດທະນາ.

 “ຖະແຫຼງການນະຄອນຫຼວງປັກກິ່ງຂອງການພົບປະກັນລະຫວ່າງຜູ້ນໍາປະເທດບຣິກສຄັ້ງທີ 14” ທີ່ເປັນເອກະສານຜົນງານຂອງກອງປະຊຸມດັ່ງກ່າວ ທີ່ເປິດເຜີຍໃນວັນທີ 24 ມິຖຸນານີ້ ໄດ້ໃຫ້ການຢືນຢັນ ແລະຝາກຄວາມຫວັງຕໍ່ວຽກງານຂອງ NDB. ຕໍ່ກັບເລື່ອງນີ້, ທ່ານ ໂຈ່ສຽງອູ ກ່າວວ່າ: ນັບແຕ່ NDB ເລີ່ມເປີດບໍລິການໃນເດືອນກໍລະກົດປິ 2015 ຈົນມາຮອດປັດຈຸບັນໄດ້ຜ່ານໄປ 7 ປີແລ້ວ. ໃນໄລຍະ 7 ປີຜ່ານມາ, ໂດຍພາຍໃຕ້ການສະໜັບສະໜູນຢ່າງຕັ້ງໜ້າຈາກ 5 ປະເທດສະມາຊິກຜູ້ກໍ່ຕັ້ງບຣິກສ, NDB ໄດ້ຮັບຜົນງານດີເດັ່ນໃນວຽກງານຕ່າງໆ ເຊັ່ນ: ການວາງກົດລະບຽບ, ການສ້າງຖັນແຖວພະນັກງານ, ການລົງທຶນໂຄງການ, ການປະດິດສ້າງໃໝ່ ແລະອື່ນໆ ເຊິ່ງໄດ້ຮັບການຍອມຮັບຈາກປະຊາຄົມໂລກຢ່າງເຕັມສ່ວນ.

ມາຮອດປັດຈຸບັນ, ນັບລວມແລ້ວ, ທະນາຄານພັດທະນາໃໝ່ ຫຼື NDB ໄດ້ອະນຸມັດໂຄງການປ່ອຍເງິນກູ້ຢືມ 80 ກວ່າໂຄງການ ເຊິ່ງມີມູນຄ່າຫຼາຍກວ່າ 30 ຕື້ໂດລາສະຫະລັດ ໂດຍໄດ້ສະໜັບສະໜູນການພັດທະນາຂອງປະເທດສະມາຊິກໃນຫຼາຍຂົງເຂດ ເຊັ່ນ: ພະລັງງານສະອາດ, ການຄົມມະນາຄົມແລະຂົນສົ່ງ, ການກໍ່ສ້າງຕົວເມືອງ, ສຸຂະອະນາໄມຊັບພະຍາກອນນໍ້າ, ພື້ນຖານໂຄງລ່າງທາງສັງຄົມ, ພື້ນຖານໂຄງລ່າງດີຈີຕອນ ແລະຂົງເຂດອື່ນໆ.

ທ່ານ ໂຈ່ສຽງອູ ກ່າວຕື່ມອີກວ່າ: ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໃນເດືອນເມສາປີ 2020, NDB ໄດ້ອະນຸມັດການປ່ອຍເງິນກູ້ຢຶມສຸກເສີນ 9 ຕື້ໂດລາສະຫະລັດ ໃຫ້ແກ່ປະເທດສະມາຊິກຜູ້ກໍ່ຕັ້ງບຣິກສ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງຄວາມໝັ້ນທ່ຽງດ້ານເສດຖະກິດ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະການຊຸກຍູ້ການພັດທະນາຂອງປະເທດດັ່ງກ່າວ.

ກ່ຽວກັບການດຶງດູດຮັບເອົາສະມາຊິກໃໝ່, ທ່ານ ໂຈ່ສຽງອູ ກ່າວວ່າ: ໃນປີ 2021, ສະມາຊິກຂອງ NDB ໄດ້ເພີ່ມຂຶ້ນຈາກ 5 ປະເທດ ມາເປັນ 9 ປະເທດໃນປັດຈຸບັນ. ໃນອະນາຄົດ, NDB ຈະສືບຕໍ່ຮັບເອົາສະມາຊິກໃໝ່ຢ່າງໝັ້ນທ່ຽງ ເພື່ອໃຫ້ມີໝູ່ເພື່ອນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ສ້າງ NDB ໃຫ້ເປັນອົງການພັດທະນາຫຼາຍຝ່າຍແຫ່ງໜຶ່ງທີ່ມີລັກສະນະທົ່ວໂລກ ແລະ ມີລັກສະນະທີ່ເປັນຕົວແທນກວ້າງຂວາງກວ່າເກົ່າ ເພື່ອສ້າງຜົນປະໂຫຍດໃຫ້ກັບພາລະກິດການພັດທະນາຂອງທົ່ວໂລກໃຫ້ຫຼາຍຂຶ້ນ ແລະ ດີຂຶ້ນກວ່າເກົ່າ.