ຄານຮູບຫີບຕອນສຸດທ້າຍຂອງຂົວໃຫຍ່ທີ່ສຸດເລກ 2 ຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍສ້າງສຳເລັດແລ້ວ

2022-06-28 13:17:58 CRI


    ວັນທີ 27 ມິຖຸນານີ້, ຄານຮູບຫີບຕອນສຸດທ້າຍຂອງຂົວໃຫຍທີ່ສຸດເລກ 2 ຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍໄດ້ສ້າງສຳເລັດແລ້ວເຮັດໃຫ້ເສັ້ນທາງລົດໄຟຕອນນີ້ກາຍເປັນຕອນທີ່ມີເງື່ອນໄຂປູລາງໃຫ້ແລ່ນລົດໄດ້ຕອນທຳອິດ ແລະ ຍາວທີ່ສຸດໃນເສັ້ນທາງລົດໄຟສາຍນີ້.

 

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງມີຄວາມຍາວ 142 ກິໂລແມັດ, ຄວາມໄວສູງສຸດຕາມແຜນແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ແມ່ນໂຄງການທີ່ມີລັກສະນະເປັນຂີດໝາຍຂອງການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ແລະ ການຮ່ວມມືແບບຕິດແທດຕົວຈິງລະຫວ່າງຈີນ ກັບ ອິນໂດເນເຊຍ.