ບໍ່ລືມອຸດົມການແຕ່ຫົວທີ ຈຶ່ງຈະໄດ້ຮັບຜົນສຳເລັດໃນທີ່ສຸດ

2022-06-28 08:38:00 cri



ວັນທີ 1 ກໍລະກົດ 2022 ເປັນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 101 ປີ (01/07/1921-01/07/2022). ຈາກການມີສະມາຊິກພັກພຽງແຕ່ 50 ກວ່າຄົນໃນໄລຍະເບື້ອງຕົ້ນຂອງການສ້າງຕັ້ງພັກ ຈົນເຕີບໃຫຍ່ຂະຫຍາຍຕົວມາເປັນພັກກຳອຳນາດໃຫຍ່ທີ່ມີສະມາຊິກພັກເຖິງ 96 ລ້ານກວ່າຄົນໃນປັດຈຸບັນ, ພັກກອມມູນິດຈີນສາມາດຍືນຍົງຄົງຕົວຈົນມາເຖິງທຸກມື້ນີ້ ແມ່ນມີພະລັງແຮງກ້າວເດີນໄປຂ້າງໜ້າມາແຕ່ໃສ? ເມື່ອອ່ານບົດລຸ່ມນີ້, ທ່ານອາດຈະໄດ້ຮູ້ຄຳຕອບກ່ຽວກັບເລື່ອງນີ້.



ຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ຂອງພັກກອມມູນິດຈີນ ເຊິ່ງຢູ່ຖະໜົນຊິງເຢ້ ເລກ 76 ນະຄອນຊຽງໄຮ້ ເປັນອາຄານແບບ “ຂອບປະຕູຫີນ” ອາຄານຫຼັງເກົ່າແກ່ມີຮູບຊົງສະຖາປັດຕະຍະກຳແບບປະສົມປະສານລະຫວ່າງເອກະລັກແບບຈີນແລະແບບຕາເວັນຕົກເຂົ້າກັນ.ກ່ອນໜ້ານີ້ 101 ປີ, ຄືເດືອນກໍລະກົດປີ1921, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນຢູ່ສະຖານທີ່ແຫ່ງນີ້ໂດຍໄດ້ປະກາດສ້າງຕັ້ງພັກກອມມູນິດຈີນຂຶ້ນ.



ວັນທີ 31 ຕຸລາ 2017, ຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນຫາກໍ່ອັດລົງໄດ້ພຽງ 1 ອາທິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກໍໄດ້ນຳພາຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນເດີນທາງໄປນະຄອນຊຽງໄຮ້ເພື່ອຢ້ຽມຊົມຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນດ້ວຍຄວາມເຄົາລົບນັບຖື, ທົບທວນຄືນຄຳສາບານຕົວເຂົ້າເປັນສະມາຊິກພັກ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທາງການເມືອງອັນເດັດດ່ຽວໜຽວແໜ້ນຂອງຄະນະນຳສູນກາງພັກຊຸດໃໝ່.

ຢູ່ເທິງຝາເຮືອນຂອງຫ້ອງໂຖງສາບານຕົວຂອງຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 1ຂອງພັກກອມມູນິດຈີນ, ໄດ້ແຂວນທຸງພັກຜືນໃຫຍ່ທີ່ມີສີແດງປຽບເໝືອນຍ້ອມດ້ວຍເລືອດ.

 

 

ຢູ່ຕໍ່ໜ້າທຸງພັກ, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ນຳພາສະຫາຍກຳມະການ ປະຈຳກົມການເມືອງສູນກາງພັກທ່ານອື່ນໆພ້ອມກັນຍົກກຳປັ້ນເບື້ອງຂວາຂຶ້ນແລ້ວກ່າວຄຳສາບານຕົວຢ່າງເຄັ່ງຂຶມ.

“ຂ້າພະເຈົ້າຂໍເຂົ້າເປັນສະມາຊິກພັກກອມມູນນິດຈີນດ້ວຍຄວາມສະໝັກໃຈ, ອູ້ມຊູສະໜັບສະໜູນໂຄງການຂອງພັກ, ເຄົາລົບປະຕິບັດຕາມກົດລະບຽບຂອງພັກ…”

ຂະນະນັ້ນ, ໃນຕາຂອງທ່ານສີຈິ້ນຜິງໄດ້ມີນ້ຳຕາເຫຼື້ອມໃສຢູ່ໃນເບົ້າຕາ.

ຢູ່ເບື້ອງໜຶ່ງຂອງຫ້ອງໂຖງ ແມ່ນຮູບຄວັດຕິດຝາຂອງບັນດາຜູ້ແທນກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນທີ່ມີຊີວິດຊີວາເໝືອນຈິງ.

ຈາກກອງປະຊຸມໃຫຍ່ຄັ້ງທີ 1 ຈົນມາຮອດກອງປະຊຸມໃຫຍ່ຄັ້ງທີ19, ປະຫວັດການສູ້ຊົນຢ່າງຕໍ່ເນື່ອງຂອງຊາວພັກກອມມູນິດຈີນແມ່ນໄດ້ສະຫຼຸບຫຍໍ້ເປັນຄຳສາບານຕົວເຂົ້າເປັນສະມາຊິກພັກ ທີ່ມີຕົວໜັງສື 80 ຄຳ. ການທີ່ທ່ານສີຈິ້ນຜິງນຳພາຄະນະປະຈຳກົມການເມືອງສູນກາງພັກທົບທວນຄືນຄຳສາບານຕົວແບບນີ້ ບໍ່ພຽງແຕ່ແມ່ນຊາວພັກກອມມູນິດຈີນຍຸກໃໝ່ທົບທວນຄືນປະຫວັດຄວາມເປັນມາຂອງອຸດົມການແຕ່ຫົວທີແລະພາລະກຳຂອງພັກເທົ່ານັ້ນ,ຍິ່ງເປັນການຕອບຮັບທີ່ດີທີ່ສຸດຕໍ່ປະຫວັດສາດແລະຄົນຮຸ່ນກ່ອນທີ່ເສຍສະຫຼະຊີບເພື່ອປະເທດຊາດ.

ທ່ານສີຈິ້ນຜິງກ່າວວ່າ: “ຄຳສາບານຕົວເຂົ້າເປັນສະມາຊິກພັກມັນມີຕົວໜັງສືບໍ່ຫຼາຍ,ຈື່ເອົາໄວ້ກໍບໍ່ແມ່ນເລື່ອງຍາກ, ອັນທີ່ເຮັດຍາກນັ້ນແມ່ນຍຶດໝັ້ນປະຕິບັດຕະຫຼອດຊີວິດ.ສະມາຊິກພັກທຸກຄົນຕ້ອງຈື່ຈຳຄຳສາບານຕົວເຂົ້າເປັນສະມາຊິກພັກຢ່າງໜັກແໜ້ນ,  ທຽບໃສ່ການປະພຶດຂອງຕົນຢູ່ເລື້ອຍໆ, ຍຶດໝັ້ນປະຕິບັດຢ່າງເດັດດ່ຽວໜຽວແໜ້ນຕະຫຼອດຊີວິດ. ” ທ່ານຈ່າງຫຼີມິງ ຫົວໜ້າຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນໃນເວລານັ້ນ ໄດ້ເປັນສັກຂີພິຍານຈຸດເວລາອັນສຳຄັນຢູ່ສະຖານທີ່ຕົວຈິງໃນຕອນນັ້ນ. ຄຳເວົ້າດັ່ງກ່າວຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ລາວຮູ້ສຶກປະທັບໃຈຫຼາຍ.

 

ເມື່ອຫວນຄືນເຖິງສະພາບການໃນຕອນນັ້ນ, ຈົນມາເຖິງປັດຈຸບັນ ທ່ານຈ່າງຫຼີມິງ ກໍຍັງຮູ້ສຶກຕື່ນເຕັ້ນໃຈຄືເກົ່າ. ລາວບອກວ່າ: “ນີ້ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບຊາວພັກກອມມູນິດທີ່ບໍ່ລືມອຸດົມການ,ຈື່ຈຳພາລະກຳຢ່າງໜັກແໜ້ນແລະບຸກບືນສູ້ຊົນຕະຫຼອດການ, ທ່ານເລຂາທິການໃຫຍ່ໄດ້ສັ່ງສອນໃຫ້ສະມາຊິກພັກພວກເຮົາທຸກຄົນຕ້ອງທຽບໃສ່ຄຳສາບານຕົວເຂົ້າເປັນສະມາຊິກພັກແລະສຳຫຼວດຕົນເອງຄືນຢູ່ສະເໝີ, ຍຶດໝັ້ນຄວາມເຊື່ອໝັ້ນ ແລະອຸດົມການຢ່າງເດັດດ່ຽວໜຽວແໜ້ນ.”

ການເຂົ້າເປັນສະມາຊິກພັກໃນດ້ານການຈັດຕັ້ງແມ່ນມີພຽງເທື່ອດຽວໃນຊີວິດ, ແຕ່ວ່າການເຂົ້າເປັນສະມາຊິກພັກໃນດ້ານແນວຄິດແມ່ນຕ້ອງໄດ້ເຮັດຕະຫຼອດຊີວິດ.

ການຢ້ຽມຊົມຮ່ອງຮອຍສະຖານທີ່ປະຊຸມດ້ວຍຄວາມເຄົາລົບນັບຖື, ຊົມການວາງສະແດງຮູບພາບແລະວັດຖຸພັນຕ່າງໆ, ກໍຖືວ່າເປັນການຊອກສະແຫວງຫາອຸດົມການແຕ່ຫົວທີຜ່ານຈາກປະຫວັດອັນຍາວນານແລະເອກະສານຕ່າງໆຂອງພັກ.

ທ່ານນາງຢາງຢີ ຫົວໜ້າພະແນກໂຄສະນາສຶກສາອົບຮົມຂອງຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນ ທີ່ມີສ່ວນຮ່ວມໃນການບັນຍາຍໃຫ້ຄະນະນຳສູນກາງພັກໃນເວລານັ້ນໄດ້ຫວນຄືນເຖິງສະພາບການຕອນນັ້ນ ວ່າ: “ທ່ານເລຂາທິການໃຫຍ່ເພິ່ນເບິ່ງການວາງສະແດງດ້ວຍຄວາມຕັ້ງໃຈທີ່ສຸດ ແລະ ຮູ້ດີຫຼາຍຕໍ່ກັບປະຫວັດສາດຂອງພັກ, ເພິ່ນຍັງມີຄຳຖາມລະດັບວິຊາການຈຳນວນໜຶ່ງສອບຖາມນຳຂ້ອຍອີກ.”

ທ່ານນາງຢາງຢີຍັງບອກໃຫ້ຮູ້ຕື່ມວ່າ: “ຢູ່ຕໍ່ໜ້າຕູ້ວາງສະແດງປຶ້ມ“ຖະແຫຼງການພັກກອມມູນິດ” ສະບັບພາສາຈີນທີ່ພິມຈຳໜ່າຍເມື່ອເດືອນກັນຍາປີ1920, ທ່ານສີຈິ້ນຜິງໄດ້ຢືນເບິ່ງເປັນເວລາດົນເຕີບ ແລະຍັງໄດ້ສອບຖາມກ່ຽວກັບເລື່ອງລາວຂອງປຶ້ມຫົວນີ້. ການເຄືື່ອນໄຫວແລກປ່ຽນແບບນີ້ໄດ້ເຮັດໃຫ້ການຢ້ຽມຊົມແກ່ຍາວເວລາຫຼາຍກວ່າທີ່ກຳນົດໄວ້ລ່ວງໜ້າ.”

 

ທ່ານຈ່າງຫຼີມິງໄດ້ບອກໃຫ້ຮູ້ເລື່ອງນ້ອຍເລື່ອງໜຶ່ງຄື: ທີ່ຈິງ, ຂະບວນລົດຂອງຄະນະນຳສູນກາງພັກແມ່ນສາມາດຈອດຢູ່ປະຕູຂອງຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກຢູ່ຖະໜົນຊິງເຢ້ເລກ76, ແຕ່ທ່ານເລຂາທິການໃຫຍ່ສີຈິ້ນຜິງພ້ອມກັບບັນດາສະຫາຍຂອງຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນໄດ້ລົງລົດຢູ່ຖະໜົນຫວງໂພ່ນານ ແລະຢູ່ປາກທາງຖະໜົນຊິງເຢ້ ແລ້ວຍ່າງໄປເຖິງຫໍລະນຶກເອງ.

ຕາມທ່ານຈ່າງຫຼີມິງເຫັນວ່າ, ນີ້ໄດ້ສະແດງໃຫ້ເຫັນເຖິງຈິດໃຈເຄົາລົບນັບຖືຂອງຊາວພັກກອມມູນິດຈີນທີ່ມີຕໍ່ຖິ່ນກຳເນີດຂອງພັກ. ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ປະຫວັດສາດທັງໝົດຂອງພັກພວກເຮົາແມ່ນເລີ່ມຕົ້ນຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ1ຂອງພັກກອມມູນິດຈີນ, ບໍ່ວ່າພວກເຮົາໄດ້ກ້າວເດີນໄປໄກປານໃດ ກໍລ້ວນແຕ່ບໍ່ໃຫ້ຫຼົງລືມເສັ້ນທາງທີ່ໄດ້ເດີນຜ່ານມານັ້ນ.”

ປະຫວັດສາດເປັນແສງສະຫວ່າງເຍືອງທາງໄປສູ່ອະນາຄົດ, ອຸດົມການແຕ່ຫົວທີຈະບໍ່ປ່ຽນແປງຕະຫຼອດການ. ກ່ຽວກັບອຸດົມການແຕ່ຫົວທີແລະພາລະກຳຂອງຊາວພັກກອມມູນິດຈີນ,ທ່ານສີຈິ້ນຜິງເວົ້າວ່າ:

“ບໍ່ລືມອຸດົມການແຕ່ຫົວທີ ຈິ່ງຈະໄດ້ຮັບຜົນສຳເລັດໃນທີ່ສຸດ. ອຸດົມການແຕ່ຫົວທີແລະພາລະກຳຂອງຊາວພັກກອມມູນິດຈີນກໍແມ່ນສະແຫວງຫາຄວາມສຸກເພື່ອປະຊາຊົນຈີນ, ສະແຫວງຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງເພື່ອຊາດຈີນ, ອຸດົມການແຕ່ຫົວທີແລະພາລະກຳນີ້ກໍແມ່ນພະລັງແຮງພື້ນຖານໃນການກະຕຸກຊຸກຍູ້ໃຫ້ຊາວພັກກອມມູນິດຈີນກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.”

ຈາກການມີສະມາຊິກພັກພຽງແຕ່ 50 ກວ່າຄົນໃນໄລຍະເບື້ອງຕົ້ນຂອງການສ້າງຕັ້ງພັກ ຈົນເຕີບໃຫຍ່ຂະຫຍາຍຕົວມາເປັນພັກທີ່ມີສະມາຊິກພັກເຖິງ 96 ລ້ານກວ່າຄົນໃນປັດຈຸບັນ, ພັກກອມມູນິດຈີນໄດ້ນຳພາແລະສາມັກຄີກັບປະຊາຊົນຈີນບຸກເບີກເສັ້ນທາງທີ່ຍິ່ງໃຫຍ່, ສ້າງພາລະກິດທີ່ຍິ່ງໃຫຍ່, ຍາດໄດ້ຜົນສຳເລັດທີ່ຍິ່ງໃຫຍ່, ສົມກຽດຕໍ່ອຸດົມການແຕ່ຫົວທີແລະປະຕິບັດພາລະກຳຢ່າງບໍ່ກິນແໜງ.



ວັນທີ 1 ກໍລະກົດ2021, ໃນເວລາກ່າວສູນທອນພົດໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ100ປີ ຢູ່ເທິງຫໍທ່ຽນອ່ານເມີນ ທີ່ ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ສົ່ງຄຳຮຽກຮ້ອງດ້ວຍສຽງດັງໆຢ່າງເຕັມພະລັງວ່າ:

“ພວກເຮົາຕ້ອງຖືປະຫວັດສາດເປັນແວ່ນແຍງເພື່ອຮັບຮູ້ສະພາບຕົວຈິງໃນປັດຈຸບັນ ເພື່ອວິໄສທັດອະນາຄົດ, ຈາກປະຫວັດການບຸກບືນສູ້ຊົນຮ້ອຍປີຂອງພັກກອມມູນິດຈີນຈະສາມາດເຫັນໄດ້ຢ່າງຈະແຈ້ງວ່າ: ຜ່ານມາ ເປັນຫຍັງພວກເຮົາຈຶ່ງສາມາດປະສົບຜົນສຳເລັດໄດ້, ແລະຮັບຮູ້ໄດ້ຢ່າງຈະແຈ້ງວ່າ: ໃນອະນາຄົດ ພວກເຮົາຄວນເຮັດແນວໃດຈຶ່ງຈະສາມາດສືບຕໍ່ປະສົບຜົນສຳເລັດໃຫ້ໄດ້, ເພື່ອມີຄວາມເດັດດ່ຽວຫຼາຍກວ່າເກົ່າແລະມີສະຕິຕື່ນຕົວຫຼາຍກວ່າເກົ່າໃນການຈື່ຈຳອຸດົມການແຕ່ຫົວທີແລະພາລະກຳ, ສ້າງອະນາຄົດທີ່ດີງາມໃນຂະບວນການໃໝ່ແຫ່ງການພັດທະນາພາລະກິດ.”

  

ເມື່ອຫຼຽວຄືນຫຼັງເບິ່ງເສັ້ນທາງການສູ້ຊົນຜ່ານມາ, ຈ້ອງເບິ່ງເສັ້ນທາງບຸກບືນກ້າວເດີນໄປຂ້າງໜ້າ,ໃນຍຸກໃໝ່, ຂະບວນການໃໝ່, ຊາວພັກກອມມູນິດຈີນຍັງຄົງຈະຍຶດໝັ້ນອຸດົມການແຕ່ຫົວທີໂດຍບໍ່ປ່ຽນແປງ ແລະບຸກບືນກ້າວເດີນໄປຂ້າງໜ້າຢ່າງອາດຫານຄືເກົ່າ.