ຈີນຂອບໃຈເຈົ້າຊີວິດກຳປູເຈຍສົ່ງຄວາມຢື້ຢາມຖາມຂ່າວແລະບໍລິຈາກເງິນໃຫ້ແກ່ພາກໃຕ້ຈີນທີ່ປະສົບໄພນ້ຳຖ້ວມ

2022-06-28 15:26:52 cri


   ວັນທີ27ມິຖຸນານີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນທີ່ເປັນປະທານກອງປະຊຸມຖະແຫຼງຂ່າວໄດ້ຕອບຄຳຖາມຂອງນັກຂ່າວທີ່ຖາມວ່າ: ຫວ່າງມໍ່ໆມານີ້ ສົມເດັດ ສີຫະມຸນີ ເຈົ້າຊີວິດລາຊະອານາຈັກກຳປູເຈຍແລະພະລາຊະມານດາໄດ້ສົ່ງຄວາມຢື້ຢາມຖາມຂ່າວແລະບໍລິຈາກເງິນໃຫ້ແກ່ພາກໃຕ້ຈີນທີ່ປະສົບໄພນ້ຳຖ້ວມ. ຈີນມີຄວາມເຫັນແນວໃດກ່ຽວກັບເລື່ອງນີ້?

   ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນແລະກຳປູເຈຍເປັນເພື່ອນມິດທີ່ແໜ້ນແຟ້ນ,ມີມູນເຊື້ອທີ່ສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນມາໂດຍຕະຫຼອດ. ສົມເດັດ ສີຫະມຸນີ ເຈົ້າຊີວິດກຳປູເຈຍແລະພະລາຊະມານດາເຄີຍໄດ້ໃຫ້ຄວາມຊ່ວຍເຫຼືອອັນລ້ຳຄ່າໃນເວລາຈີນປະສົບໄພທຳມະຊາດຫຼາຍຄັ້ງ. ພວກເພິ່ນໄດ້ໃຫ້ຄວາມຊ່ວຍເຫຼືອອີກຄັ້ງໜຶ່ງແກ່ຈີນເພື່ອຕ້ານກັບໄພນ້ຳຖ້ວມ, ໄດ້ສ່ອງແສງໃຫ້ເຫັນເຖິງໄມຕີຈິດມິດຕະພາບຖານອ້າຍນ້ອງອັນເລິກເຊິ່ງຂອງພະບໍລົວົງສະນຸວົງກຳປູເຈຍຕໍ່ປະຊາຊົນຈີນ,ພ້ອມທັງສ່ອງແສງໃຫ້ເຫັນເຖິງຈິດໃຈດ້ານປະຊາຄົມຮ່ວມຊາຕາກຳລະຫວ່າງຈີນກັບກຳປູເຈຍຢ່າງມີຊີວິດຊີວາ. ຈີນໄດ້ສະແດງຄວາມຍ້ອງຍໍສັນລະເສີນໃນລະດັບສູງແລະຄວາມຂອບໃຈຢ່າງຈິງໃຈຕໍ່ເລື່ອງນີ້.