ອັດຕາວ່າງງານໃນເດືອນເມສາຂອງມະເລເຊຍແມ່ນລະດັບຕ່ຳສຸດນັບແຕ່ເກີດການແຜ່ລະບາດພະຍາດໂຄວິດ-19

2022-06-28 12:41:58 CRI


    ວັນທີ 26 ມິຖຸນານີ້, ທ່ານອິສເມວ ຊາບຣີ ຢາຄົບ ນາຍົກລັດຖະມົນຕີມະເລເຊຍກ່າວວ່າ, ອັດຕາວ່າງງານຂອງມະເລເຊຍໃນເດືອນເມສາປີນີ້ໄດ້ຫຼຸດລົງຮອດ 3,9% ແລ້ວ. ນີ້ແມ່ນອັດຕາວ່າງງານຂອງມະເລເຊຍຕ່ຳກວ່າ 4% ເປັນເທື່ອທຳອິດນັບແຕ່ເກີດສະພາບການແຜ່ລະບາດພະຍາດໂຄວິດ-19.


ທ່ານກ່າວຕື່ມວ່າ: “ອີງຕາມຕົວເລກຂອງອົງການສະຖິຕິໃຫ້ຮູ້ວ່າ, ອັດຕາວ່າງງານຂອງມະເລເຊຍໃນເດືອນເມສາປີ 2022 ໄດ້ຫຼຸດລົງຮອດ 3,9%, ສ່ວນໃນໄລຍະດຽວກັນປີ 2021 ແມ່ນ 4,6%. ຈຳນວນຜູ້ວ່າງງານໄດ້ມີທ່ວງທ່າຫຼຸດລົງເປັນເວລາ 9 ເດືອນຕິດຕໍ່ກັນ.


ທ່ານກ່າວຕື່ມອີກວ່າ, ລັດຖະບານມະເລເຊຍມີແຜນຈະຊ່ວຍເຫຼືອປະຊາຊົນ 6 ແສນຄົນໃຫ້ປະກອບອາຊີບໂດຍຜ່ານແຜນການ ມະເລເຊຍເປັນຄອບຄົວດຽວ.