ເລື່ອງລາວພິເສດລະຫວ່າງທ່ານປະທານສີຈິ້ນຜິງກັບນະຄອນອູຮັ້ນ

2022-06-29 14:21:25 cri


ຄວາມເປັນຫ່ວງເປັນໃຍຄັ້ງໜຶ່ງ

ປີ 2020, ພະຍາດໂຄວິດ-19 ໄດ້ລະບາດຂຶ້ນຢ່າງກະທັນຫັນ.

ແຂວງຫູເປີຍ ແລະ ນະຄອນອູຮັ້ນ, ແມ່ນຂໍກຸນແຈສຳຄັນໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດຄັ້ງນີ້, ແລະກໍແມ່ນສິ່ງທີ່ທ່ານສີຈິ້ນຜິງເປັນຫ່ວງເປັນໃຍຢ່າງເລິກເຊິ່ງທີ່ສຸດ.

ວັນທີ 25 ມັງກອນປີ 2020 ກົງກັບມື້ຂຶ້ນ 1 ຄ່ຳບຸນກຸດຈີນ. ທ່ານສີຈິ້ນຜິງ ແລະ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ 6  ທ່ານໄດ້ປະຊຸມຮ່ວມກັນ. ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມເຄັ່ງຂຶມວ່າ: “ແຕ່ເດີມແລ້ວຢາກໃຫ້ບັນດາສະຫາຍຫຼິ້ນບຸນກຸດຈີນຢ່າງມ່ວນຊື່ນ, ແຕ່ປັດຈຸບັນນີ້ການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມຮີບດ່ວນທີ່ສຸດ, ຈຶ່ງຈຳເປັນຕ້ອງເຕົ້າໂຮມບັນດາສະຫາຍມາຮ່ວມກັນຄົ້ນຄວ້າວາງແຜນແກ້ໄຂບັນຫານີ້.” “ຄືນມື້ສົ່ງທ້າຍປີເກົ່າ ຂ້າພະເຈົ້ານອນບໍ່ຫຼັບໝົດຄືນເລີຍ.”

ກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນໃນມື້ນັ້ນໄດ້ຕົກລົງວ່າ, ສູນກາງພັກໄດ້ສົ່ງໜ່ວຍຊີ້ນຳວຽກງານໄປແຂວງຫູເປີຍ ແລະ ເຂດອື່ນໆທີ່ມີການແຜ່ລະບາດຂອງພະຍາດຢ່າງໜັກໜ່ວງ, ຊຸກຍູ້ທ້ອງຖິ່ນທີ່ກ່ຽວຂ້ອງເພີ່ມທະວີວຽກງານປ້ອງກັນແລະຄວບຄຸມພະຍາດຢ່າງຮອບດ້ານຢູ່ແນວໜ້າ.

ທ່ານສີຈິ້ນຜິງກ່າວວ່າ: “ໜ່ວຍຊີ້ນຳວຽກງານພົບສະພາບການຫຍັງ? ມີຄວາມຕ້ອງການແນວໃດ ລ້ວນແຕ່ສາມາດບອກຂ້າພະເຈົ້າໄດ້ໂດຍກົງຜ່ານທາງໂທລະສັບ.” ທ່ານສີຈິ້ນຜິງເປັນຫ່ວງເປັນໃຍນຳການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫູເປີຍ ແລະນະຄອນອູຮັ້ນທັງເວັນແລະຄືນ, ເພິ່ນໄດ້ໃຫ້ຄຳຊີ້ນຳສຳຄັນຮ້ອຍກວ່າເທື່ອຕໍ່ໜ່ວຍຊີ້ນຳວຽກງານຂັ້ນສູນກາງ, ເຊິ່ງໄດ້ກາຍເປັນຫຼັກການພື້ນຖານໃຫ້ແກ່ການຊີ້ນຳການປ້ອງກັນແລະຄວບຄຸມພະຍາດຢ່າງມີປະສິດທິຜົນ.



ປາໂຕໜຶ່ງ

ປີ2020, ເນື່ອງຈາກພະຍາດໂຄວິດ-19ເກີດຂຶ້ນຢ່າງກະທັນຫັນ, ນະຄອນອູ ຮັ້ນຂອງຈີນຖືກຈາລຶກໄວ້ໃນປະຫວັດສາດອີກຄັ້ງໜຶ່ງ. ທ່າມກາງໄພພິບັດອັນຮ້າຍ ແຮງ, ປະຊາຊົນອູຮັ້ນເກືອບ 10 ລ້ານຄົນໄດ້ພິຈາລະນາເຖິງຜົນປະໂຫຍດສ່ວນ ລວມແລະສະພາບລວມ, ມີສະຕິຕື່ນຕົວໃນການປະຕິບັດມາດຕະການປິດເມືອງ ແລະຄວບຄຸມພະຍາດໂດຍກັກບໍລິເວນດ້ວຍຕົນເອງ, ຖືເປັນການເຂົ້າຮ່ວມບັ້ນຮົບ ປ້ອງກັນຄວບຄຸມແລະຕ້ານພະຍາດຢ່າງເປັນເຈົ້າການດ້ວຍຮູບການພິເສດແບບນີ້.

ໃນໄລຍະປະຕິບັດມາດຕະການປ້ອງກັນພະຍາດຢ່າງຕໍ່ເນື່ອງ, ມີຄຳເວົ້າປະ ໂຫຍກໜຶ່ງປຽບເໝືອນສາຍລົມແລະແສງແດດທີ່ອົບອຸ່ນໃນຍາມລະດູໃບໄມ້ປົ່ງ ໄດ້ສ້າງຄວາມອົບອຸ່ນໃຫ້ກັບທຸກຄົນ.

ວັນທີ 10 ມີນາ 2020, ໃນຈຸດເວລາອັນສຳຄັນແຫ່ງການຕໍ່ຕ້ານພະຍາດໂຄ ວິດ-19,  ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານປ້ອງກັນແລະ ຄວບຄຸມພະຍາດຢູ່ນະຄອນອູຮັ້ນແຂວງຫູເປີຍເປັນການສະເພາະ.   

ທ່ານໄດ້ເດີນທາງໄປເຖິງຈຸດຈັດສົ່ງເຄື່ອງອຸປະໂພກບໍລິໂພກໃນຊີວິດປະຈຳວັນແບບໂຮມສູນຢູ່ເຂດຊຸມຊົນຕົ່ງຫູຊິ່ນເສີງ ແລະໄດ້ສອບຖາມລາຍລະອຽດກ່ຽວ ກັບສະພາບການຈັດຊື້ແລະການສະໜອງເຄື່ອງອຸປະໂພກບໍລິໂພກໃນຊີວິດປະຈຳວັນ.

 “ມື້ນີ້ ລວມທັງໝົດຕ້ອງສົ່ງອາຫານຈັກຊຸດ? ຈະສົ່ງໄປເຖິງຊາວເມືອງຄື ແນວໃດ?, ຊີ້ນລາຄາເທົ່າໃດ? ທຸກຄົນກໍ່ຈະໄດ້ຮັບແມ່ນບໍ່? ” ທ່ານສີຈິ້ນຜິງສອບ ຖາມຢ່າງລະອຽດ. ເພິ່ນຍັງແນະນຳເປັນພິເສດວ່າ: “ຊາວອູຮັ້ນມັກກິນປາສົດ, ໃນກໍລະນີທີ່ເງື່ອນໄຂເອື້ອອຳນວຍ, ຄວນຈັດຕັ້ງການສະໜອງໃຫ້ຫຼາຍຂຶ້ນ.”

ອູຮັ້ນ ເປັນຕົວເມືອງທີ່ສ້າງຂຶ້ນຕາມແຄມນ້ຳ, ຊາວເມືອງມີຄວາມຊິນເຄີຍກິນ ປາມາແຕ່ນ້ອຍ. ໃນວຽກງານປ້ອງກັນແລະຄວບຄຸມພະຍາດຢ່າງສະຫຼັບສັບຊ້ອນ ນັ້ນ,  “ປາສົດ” ໂຕໜຶ່ງໄດ້ສ່ອງແສງໃຫ້ເຫັນຢ່າງແທ້ຈິງກ່ຽວກັບທ່ານສີຈິ້ນຜິງ ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ.  “ປາ” ໂຕນີ້ບໍ່ພຽງແຕ່ພົວພັນເຖິງຊີ ວິດການເປັນຢູ່ຕົວຈິງຂອງປະຊາຊົນເທົ່ານັ້ນ ທັງສະທ້ອນໃຫ້ເຫັນເຖິງຄວາມຮັກ ແພງອັນເລິກເຊິ່ງປານປາກັບນ້ຳລະຫວ່າງພັກກອມມູນິຈີນກັບປະຊາຊົນ.



ຈົດໝາຍກ້ານໜຶ່ງ

ວັນທີ 8 ເມສາປີ 2020, ນະຄອນອູຮັ້ນໄດ້ຍົກເລີກມາດຕະການຄວບຄຸມຊ່ອງທາງເຂົ້າອອກອູຮ້ານ. ໃນມື້ນັ້ນ, ທ່ານປະທານສີຈິ້ນຜິງໄດ້ຕອບຈົດໝາຍຄືນໃຫ້ກັບພະນັກງານທຸກຖ້ວນໜ້າທີ່ເຮັດວຽກຢູ່ເຂດຊຸມຊົນຕົ່ງຫູຊິ່ນເສີງຂອງນະຄອນອູຮ້ານ ໂດຍໄດ້ຢືນຢັນບົດບາດສຳຄັນຂອງພະນັກງານທັງຫຼາຍທີ່ເຮັດວຽກຢູ່ເຂດຊຸມຊົນໃນຕົວເມືອງໃນການປ້ອງກັນຄວບຄຸມພະຍາດໂຄວິດ-19, ທ່ານປະທານສີຈິ້ນຜິງຍັງເນັ້ນໜັກໃຫ້ເສີມຂະຫຍາຍແບບແຜນທີ່ສູ້ຊົນຢ່າງຕໍ່ເນື່ອງ, ເຮັດວຽກປ້ອງກັນຄວບຄຸມພະຍາດທຸກປະການໃຫ້ດີຢ່າງໜັກແໜ້ນ, ໃຫ້ບໍລິການແກ່ປະຊາຊົນດ້ວຍຄວາມຮັກແພງຢ່າງຈິງໃຈ, ສ້າງຜົນງານຄັ້ງໃໝ່ໃນການປ້ອງກັນຄວບຄຸມເພື່ອເອົາຊະຍະພະຍາດໂຄວິດ-19 ຢ່າງເຖິງຖອງ.

ເນື້ອໃນຈົດໝາຍກ້ານນີ້, ມີປະໂຫຍກໜຶ່ງທີ່ເວົ້າເຖິງ “ການໃຫ້ບໍລິການແກ່ປະຊາຊົນດ້ວຍຄວາມຮັກແພງຢ່າງຈິງໃຈ” ແມ່ນມີຄວາມໝາຍທີ່ເລິກເຊີ່ງທີ່ສຸດ.

“ບໍ່ເຄີຍຄິດເລີຍວ່າ ທ່ານປະທານສີຈິ້ນຜິງເພິ່ນຄາວຽກຫຼາຍປານນັ້ນ, ຍັງໄດ້ຕອບຈົດໝາຍຄືນໃຫ້ກັບພວກເຮົາພາຍໃນເຄິ່ງເດືອນ.” ຫຼັງຈາກໄດ້ຮັບຈົດໝາຍຂອງທ່ານສີຈິ້ນຜິງແລ້ວ, ພະນັກງານທີ່ເຮັດວຽກຢູ່ເຂດຊຸມຊົນຕຸ່ງຫູຊິ່ນເສີງນະຄອນອູຮ້ານເວົ້າວ່າ, ຕົນເອງມີຄວາມກະຕືລືລົ້ນຫຼາຍເປັນເວລາດົນເຕີບ.