ທ່ານສີຈິ້ນຜິງກ່າວວ່າ: ຍອມຮັບຜົນກະທົບຊົ່ວຄາວໜ້ອຍໜຶ່ງຕໍ່ເສດຖະກິດເພື່ອບໍ່ໃຫ້ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນໄດ້ຮັບຜົນກະທົບ

2022-06-29 16:35:00 CRI


ຕອນບ່າຍວັນທີ 28 ມິຖຸນານີ້, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ໄປສຳຫຼວດກວດກາວຽກງານຢູ່ເຂດຊຸມຊົນຈື້ຢວນເຂດໄຮເທັກຕົ່ງຫູນະຄອນອູຮັ້ນແຂວງຫູເປີຍ. ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ເຂດຊຸມຊົນແຫ່ງນີ້ໄດ້ຈັດຕັ້ງປະຕິບັດລະບຽບການຮັບຜິດຊອບ 5 ຂັ້ນຢ່າງເຂັ້ມງວດ, ໄດ້ສ້າງລະບົບຮັບປະກັນຄວາມໝັ້ນທ່ຽງຂອງເຂດຊຸມຊົນໂດຍປະສານສົມທົບກັນລະຫວ່າງການຟື້ນຟູການເຮັດວຽກ ແລະ ການປ້ອງກັບຄວບຄຸມພະຍາດ, ເຊິ່ງໄດ້ຊຸກຍູ້ການດຳລົງຊີວິດ ແລະ ການເຮັດວຽກຂອງປະຊາຊົນໃຫ້ຟື້ນຟູເປັນປົກກະຕິຢ່າງເປັນລະບຽບຮຽບຮ້ອຍ.



ເຂດຊຸມຊົນ ແລະ ອາສາສະໝັກ, ພ້ອມທັງໃຫ້ກຳລັງໃຈແກ່ພວກເຂົາເຈົ້າສ້າງຮົ້ວປ້ອງກັນພະຍາດຢູ່ແນວໜ້າໃຫ້ໜັກແໜ້ນ, ສ້າງສະພາບແວດລ້ອມທີ່ປອດໄພ ແລະ ສະຫງົບໃຫ້ແກ່ປະຊາຊົນ.



ທ່ານສີຈິ້ນຜິງໄດ້ເຂົ້າໄປຫ້ອງການບໍລິການອາສາສະໝັກ, ຮັບຟັງສະພາບການເຄື່ອນໄຫວຂອງກົນໄກປ້ອງກັນຄວບຄຸມພະຍາດຮ່ວມກັນຂອງຮາກຖານຈາກພະນັກງານເຂດຊຸມຊົນ, ພະນັກງານສະມາຊິກພັກປະຈຳ

 

ຢູ່ສະໜາມນ້ອຍຂອງເຂດຊຸມຊົນ, ທ່ານສີຈິ້ນຜິງໄດ້ເວົ້ານຳຄົນທັງຫຼາຍຢ່າງສະໜິດສະໜົມວ່າ, ຂ້າພະເຈົ້າໄດ້ເອົາໃຈໃສ່ປະຊາຊົນອູຮັ້ນມາໂດຍຕະຫຼອດ, 2 ປີຜ່ານໄປ, ຂ້າພະເຈົ້າໄດ້ມາຢ້ຽມຢາມບັນດາສະຫາຍຢູ່ນະຄອນອູຮັ້ນທີ່ເປັນຕົວເມືອງວິລະຊົນ. ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ພະນັກງານເຂດຊຸມຊົນຈຳນວນມະຫາສານໄດ້ຍຶດໝັ້ນເຮັດວຽກຢູ່ແນວໜ້າປ້ອງກັນຄວບຄຸມພະຍາດມາເປັນເວລາດົນນານ, ມີຄວາມລຳບາກຫຼາຍ, ແຕ່ໄດ້ສ້າງຜົນງານທີ່ພົ້ນເດັ່ນ. ນະທີ່ນີ້, ຂ້າພະເຈົ້າຂໍສະແດງຄວາມຢື້ຢາມຖາມຂ່າວຕໍ່ບັນດາສະຫາຍ ກໍຄືພະນັກງານເຂດຊຸມຊົນຈຳນວນມະຫາສານຂອງທົ່ວປະເທດ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ເປັນການທົດສອບທີ່ຫຍຸ້ງຍາກຄັ້ງໜຶ່ງ. ພວກເຮົາຍຶດໝັ້ນການຖືປະຊາຊົນແລະຊີວິດຢູ່ເໜືອກວ່າທຸກສິ່ງຢ່າງ, ຍຶດໝັ້ນການປ້ອງກັນບໍ່ໃຫ້ພະຍາດຢູ່ຕ່າງປະເທດລະບາດເຂົ້າສູ່ພາຍໃນປະເທດ, ແລະຢູ່ພາຍໃນປະເທດປ້ອງກັນບໍ່ໃຫ້ພະຍາດລະບາດຢ່າງຂະໜາດໃຫຍ່ອີກຄັ້ງໃໝ່, ຍຶດໝັ້ນການຈຳກັດພະຍາດໃຫ້ເປັນສູນຢູ່ທຸກເວລາ, ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດຢ່າງບໍ່ຢຸດຢັ້ງຕາມສະພາບການປ່ຽນແປງ ເຊິ່ງໄດ້ປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນຢ່າງຂະໜາດໃຫຍ່ທີ່ສຸດ. ປະເທດຈີນມີປະຊາກອນຢ່າງຫຼວງຫຼາຍ, ຖ້າວ່າໃຊ້ນະໂຍບາຍປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ແບບອາໄສພູມ ຕ້ານທານແບບລວມໝູ່ ແລະບໍ່ຕໍ່ຕ້ານຢ່າງຕັ້ງໜ້າ, ກໍຈະເກີດຜົນຮ້າຍຕາມມາພາຍຫຼັງແບບບໍ່ກ້າຄາດຄິດ. ພວກເຮົາປະຕິບັດນະໂຍບາຍຈຳກັດພະຍາດໃຫ້ເປັນສູນຢູ່ທຸກເວລາ, ແມ່ນສູນກາງພັກພິຈາລະນາຈາກຈຸດປະສົງແລະລັກສະນະຂອງພັກ ແລະກຳນົດຕາມສະພາບການຕົວຈິງຂອງປະເທດຈີນ, ເຖິງວ່າຈະມີຜົນກະທົບຊົ່ວຄາວຕໍ່ການພັດທະນາຂອງເສດຖະກິດ, ແຕ່ຈະບໍ່ໃຫ້ຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນໄດ້ຮັບຜົນຮ້າຍ, ໂດຍສະເພາະຕ້ອງປົກປັກຮັກສາຜູ້ເຖົ້າແລະເດັກນ້ອຍໃຫ້ດີ. ອີງຕາມການສະຫຼຸບໂດຍລວມແລ້ວ, ມາດຕະການປ້ອງກັນແລະຄວບຄຸມພະຍາດຂອງພວກເຮົາແມ່ນມີຜົນເສຍຫາຍໜ້ອຍທີ່ສຸດ ແລະມີປະສິດທິຜົນດີທີ່ສຸດ. ພວກເຮົາມີການນຳພາຂອງພັກກອມມູນິດຈີນ, ມີເຂດຊຸມຊົນທີ່ເປັນອົງການພື້ນຖານສຳຄັນທີ່ສຸດ ແລະມີຄວາມສາມາດໃນການປະຕິບັດນະໂຍບາຍຈຳກັນພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາຈົນຮອດໄລຍະທີ່ໄດ້ຮັບໄຊຊະນະຂັ້ນສຸດທ້າຍ.