ທູດພິເສດຂອງອາຊຽນກ່ຽວກັບບັນຫາມຽນມາເດີນທາງຢ້ຽມຢາມມຽນມາ

2022-06-30 11:27:18 CRI

 

ວັນທີ 29 ມິຖຸນານີ້, ທ່ານປຣາກ ໂຊຄອນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໃນນາມທູດພິເສດຂອງອາຊຽນກ່ຽວກັບບັນຫາມຽນມາໄດ້ເດີນທາງຮອດນະຄອນຢາງກຸ້ງເພື່ອຢ້ຽມຢາມມຽນມາເປັນເທື່ອທີສອງ.


    ຝ່າຍກຳປູເຈຍແຈ້ງຂ່າວໃຫ້ຮູ້ວ່າ,ການຢ້ຽມຢາມມຽນມາເທື່ອນີ້ຈະເປັນເວລາ 5 ວັນ,ທ່ານປຣາກໂຊຄອນຈະຫາລືກັບມຽນມາກ່ຽວກັບການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ 5 ຂໍ້ ກັບອາຊຽນ ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຈະພົົບປະກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ພ້ອມນັ້ນທ່ານຍັງຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7.

 

     ວັນທີ 21 ມີນາປີນີ້, ທ່ານປຣາກ ໂຊຄອນໄດ້ໄປຢ້ຽມຢາມມຽນມາເປັນເທື່ອທຳອິດໃນຖານະທີ່ເປັນທູຸດພິເສດຂອງອາຊຽນຄົນໃຫມ່ກ່ຽວກັບບັນຫາມຽນມາ.