ຂໍ້ລິເລີ່ມ “ການພົວພັນຄູ່ຮ່ວມມືພື້ນຖານໂຄງລ່າງໂລກ”ເປັນຄໍາໝັ້ນສັນຍາອີກຢ່າງໜຶ່ງຂອງລັດຖະບານໂຈ ໄບເດັນ ທີ່ບໍ່ສາມາດປາກົດຜົນເປັນຈິງໄດ້

2022-06-30 14:40:42 cri

ວັນທີ 26 ມິຖຸນາ 2022 ນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ທີ່ກໍາລັງເຂົ້າຮ່ວມກອງປະຊຸມສຸດຍອດ G7 ທີ່ຈັດຂຶ້ນຢູ່ລັດບາວາເຣຍ ປະເທດເຢຍລະມັນ ໄດ້ປະກາດ ຂໍ້ລິເລີ່ມ“ການພົວພັນຄູ່ຮ່ວມມືພື້ນຖານໂຄງລ່າງໂລກ”ຫຼື PGII ຢ່າງເປັນທາງການ ໂດຍມີເປົ້າໝາຍ ຄື ຮ່ວມກັບປະເທດ G7 ເພື່ອລະດົມທຶນໃຫ້ໄດ້ 600 ຕື້ໂດລາສະຫະລັດ ໃຫ້ກັບການລົງທຶນດ້ານພື້ນຖານໂຄງລ່າງໂລກກ່ອນປີ 2027. ໃນນັ້ນ, ອາເມຣິກາຈະລະດົມທຶນ 200 ຕື້ໂດລາສະຫະລັດ ຜ່ານການບໍລິຈາກ, ການປະກອບທຶນຂອງສະຫະລັດ ແລະການລະດົມທຶນພາກເອກະຊົນ. ເຖິງແມ່ນວ່າທ່ານໂຈ ໄບເດັນ ບໍ່ໄດ້ກ່າວເຖິງປະເທດຈີນໃນເວລາກ່າວປະຖະກະຖາ ກໍຕາມ ແຕ່ວົງການພາຍນອກມີຄວາມເຫັນເປັນເອກະພາບກັນວ່າ: ການປະກາດຂໍ້ລິເລີ່ມ PGII ແມ່ນເພື່ອລ້າງອິດທິດພົນຂອງຈີນໃນ “ໜຶ່ງແລວໜຶ່ງເສັ້ນທາງ”.

ເມື່ອທຽບກັບ 150 ລ້ານໂດລາສະຫະລັດທີ່ສະເໜີໂດຍອາເມຣິກາ ໃນກອງປະຊຸມສຸດຍອດ ອາເມຣິກາ-ອາຊຽນ ແລະ 645 ລ້ານໂດລາສະຫະລັດທີ່ສະເໜີໂດຍອາເມຣິກາ ໃນກອງປະຊຸມສຸດຍອດທະວີບອາເມຣິກາ, 200 ຕື້ໂດລາສະຫະລັດໃນຄັ້ງນີ້ ແມ່ນມີຄວາມກ້າວກະໂດດເປັນຈໍານວນຫຼວງຫຼາຍ, ແຕ່ມັນຈະສາມາດປາກົດຜົນເປັນຈິງແທ້ບໍ?

ລັດຖະບານໂຈ ໄບເດັນມີຄວາມຮັບຮູ້ຢ່າງຈະແຈ້ງວ່າ: ລັດຖະບານອາເມຣິກາໃນປັດຈຸບັນຂາດເງິນໃນຂະນະທີ່ອັດຕາເງິນເຟີ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ທະນາຄານກາງອາເມຣິກາຈໍາເປັນຕ້ອງປັບຂຶ້ນອັດຕາດອກເບ້ຍ ແລະ ຫຼຸດບັນຊີຕິດໜີ້ຢ່າງຫຼວງຫຼາຍ. ຍິ່ງໄປກວ່ານັ້ນ, ໃນຮອບ 30 ກວ່າປີທີ່ຜ່ານມາ, ລັດຖະບານອາເມຣິກາສະໄໝຕ່າງໆໄດ້ປະຕິບັດຕາມ“ລັດທິເສລີໃໝ່”ໂດຍບໍ່ເບິ່ງຕາມສະພາບຕົວຈິງ, ນີ້ໄດ້ເຮັດໃຫ້ການຜະລິດ ແລະ ທຶນຂອງຂະແໜງອຸດສາຫະກໍາຕ່າງໆ ຍ້າຍໄປຕ່າງປະເທດ, ຜົນປະໂຫຍດຂອງຊົນຊັ້ນກາງ ແລະ ຊົນຊັ້ນຕໍ່າຖືກທໍາລາຍ, ຄວາມແຕກໂຕນກັນລະຫວ່າງຄວາມຮັ່ງມີກັບຄວາມທຸກຍາກຂະຫຍາຍວົງກວ້າງອອກ ເຊິ່ງໄດ້ເຮັດໃຫ້ເກີດມີກະແສອາລົມແບບປະຊານິຍົມຢູ່ອາເມຣິກາ. ພາຍໃຕ້ສະພາບການດັ່ງກ່າວ, ລັດຖະບານອາເມຣິກາທີ່ກຳລັງຂາດເງິນຢູ່ນັ້ນ ຈະບໍ່ຍອມເອົາເງິນໄປຊ່ວຍເຫຼືອການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດອື່ນຢ່າງແທ້ຈິງ ເພາະມັນຈະເປັນການສ່ຽງໄພ “ຂ້າໂຕຕາຍທາງດ້ານການເມືອງ”.

ຕາມສື່ມວນຊົນລາຍງານວ່າ: ອາເມຣິກາໄດ້ຕົກຢູ່ໃນທ່າເສຍປຽບ ໃນການແຂ່ງຂັນກັບຈີນ ທາງດ້ານການກໍ່ສ້າງພື້ນຖານໂຄງລ່າງໃນທົ່ວໂລກ ເຊິ່ງນີ້ບໍ່ພຽງແຕ່ແມ່ນຍ້ອນປະລິມານການ ລົງທຶນເທົ່ານັ້ນ, ຍັງຍ້ອນວ່າຄວາມສາມາດດ້ານການກໍ່ສ້າງພື້ນຖານໂຄງລ່າງຂອງອາເມຣິກາ ບໍ່ຄ່ອຍດີປານໃດອີກດ້ວຍ. ໃນການປະມູນການກໍ່ສ້າງພື້ນຖານໂຄງລ່າງຂອງທະນາຄານໂລກ ແລະ ອົງການອື່ນໆ, ໃນປີ 2020, ບໍລິສັດຂອງຈີນໄດ້ຮັບສັນຍາກໍ່ສ້າງພື້ນຖານໂຄງລ່າງທີ່ມີມູນຄ່າ 2 ຕື້ 300 ລ້ານໂດລາສະຫະລັດ, ສ່ວນບໍລິສັດຂອງອາເມຣິກາໄດ້ຮັບສັນຍາທີ່ມີມູນຄ່າພຽງແຕ່ 27 ລ້ານໂດລາສະຫະລັດເທົ່ານັ້ນ. ໃນວິສາຫະກິດຮັບເໝົາກໍ່ສ້າງ 20 ແຫ່ງທີ່ໃຫຍ່ທີ່ສຸດໃນໂລກ, ວິສາຫະກິດຂອງຈີນມີ 14 ແຫ່ງ, ເອີຣົບມີ 6 ແຫ່ງ, ສ່ວນອາເມຣິກາບໍ່ມີຈັກແຫ່ງເລີຍ. ສະນັ້ນ, “ແຜນການກໍ່ສ້າງພື້ນຖານໂຄງລ່າງທົ່ວໂລກ” ທີ່ເບິ່ງຄືວ່າມີງົບປະມານພຽງພໍນັ້ນ ເປັນພຽງແຕ່ຄໍາໝັ້ນສັນຍາອີກອັນໜຶ່ງຂອງລັດຖະບານ ໂຈ ໄບເດັນ ທີ່ບໍ່ສາມາດປາກົດຜົນເປັນຈິງໄດ້ເທົ່ານັ້ນ.

ຕາມສະຖິຕິຈາກທະນາຄານໂລກ, ປະເທດກໍາລັງພັດທະນາມີຄວາມຂາດເຂີນຢ່າງຫຼວງ ຫຼາຍໃນດ້ານການລົງທຶນກໍ່ສ້າງພື້ນຖານໂຄງລ່າງ. ບໍ່ວ່າປະເທດໃດໆ, ວິສາຫະກິດໃດໆ ຫຼືວ່າບຸກຄົນໃດໆກໍຕາມ ຖ້າມີຄວາມຈິງໃຈທີ່ຈະລົງທຶນກໍ່ສ້າງພື້ນຖານໂຄງລ່າງຢູ່ປະເທດກໍາລັງພັດທະນາກໍຈະເປັນເລື່ອງທີ່ດີ. ພ້ອມກັນນັ້ນ, ການກໍ່ສ້າງພື້ນຖານໂຄງລ່າງໃນທົ່ວໂລກ ຕ້ອງການໃຫ້ປະເທດຕ່າງໆປຸ້ມລຸມຮ່ວມແຮງກັນ, ສະໜັບສະໜູນກັນ ແລະ ຊ່ວຍຊູຍູ້ໜູນກັນ, ແຕ່ບໍ່ແມ່ນຕໍ່ສູ້ກັນ ແລະປ່ຽນແທນກັນ. ແຕ່ຂໍ້ລິເລີ່ມທີ່ກ່ຽວຂ້ອງຂອງອາເມຣິກາ ພັດບໍ່ໄດ້ສົນໃຈຄວາມປາຖະໜາທົ່ວໄປຂອງປະເທດຕ່າງໆໃນການພັດທະນາຮ່ວມກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ພັດສຸມກຳລັງຢ່າງສຸດຂີດເພື່ອຍຸແຍ່ການເປັນປໍລະປັກກັນ. ນີ້ຈະບໍ່ໄດ້ໃຈຄົນ ແລະກໍຈະບໍ່ເປັນໄປດັ່ງຄວາມປາຖະໜາຂອງເຂົາໄດ້ຢ່າງແນ່ນອນ.