ປະທານາທິບໍດີຂອງຟິລິບປິນຄົນໃໝ່ສາບານຕົວຂຶ້ນຮັບຕຳແໜ່ງ

2022-06-30 14:58:13 CRI


ວັນທີ 30 ມິຖຸນານີ້, ທ່ານເຟີດີນານ ໂລມົວເດັສ ມາໂກສ ປະທານາທິບໍດີຂອງຟິລິບປິນຄົນໃໝ່ໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢູ່ຫໍພິພິທະພັນແຫ່ງຊາດຟິລິບປິນຢ່າງເປັນທາງການ ກາຍເປັນປະທານາທິບໍດີຄົນທີ 17 ຂອງຟິລິບປິນ.


ອີງຕາມລັດຖະທຳມະນູນຟິລິບປິນກຳນົດວ່າ, ອາຍຸການຂອງປະທານາທິບໍດີແມ່ນດຳລົງຕຳແໜ່ງເປັນເວລາ  6 ປີ.