ທ່ານສີຈິ້ນຜິງກ່າວວ່າ:ຂໍແຕ່ພວກເຮົາຍຶດໝັ້ນ “ປະເທດດຽວ ສອງລະບອບ” ຢ່າງບໍ່ຫວັ່ນໄຫວຄອນແຄນ, ຮົງກົງຈະມີອະນາຄົດອັນດີງາມກວ່າເກົ່າຢ່າງແນ່ນອນ

2022-06-30 18:16:42 CRI


ຕອນບ່າຍວັນທີ 30 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂີ່ລົດໄຟຖ້ຽວພິເສດ “ຟູ້ຊິ່ງ” ເດີນທາງໄປຮອດເຂດບໍລິຫານພິເສດຮົງກົງຈີນ, ແລະໄດ້ກ່າວຄຳປາໄສຢູ່ສະຖານນີຊີ່ຈິວໂລງໂດຍຊີ້ອອກວ່າ:ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ, “ປະເທດດຽວ ສອງລະບອບ” ແມ່ນລະບອບທີ່ດີ ທີ່ສາມາດຮັບປະກັນຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຍາວນານຂອງຮົງກົງ, ປົກປັກຮັກສາຄວາມສຸກຂອງພີ່ນ້ອງຮ່ວມຊາດຮົງກົງ.ຂໍແຕ່ພວກເຮົາຍຶດໝັ້ນ “ປະເທດດຽວ ສອງລະບອບ” ຢ່າງບໍ່ຫວັ່ນໄຫວຄອນແຄນ, ຮົງກົງຈະມີອະນາຄົດອັນດີງາມກວ່າເກົ່າຢ່າງແນ່ນອນ.

 

ຢູ່ສະຖານນີລົດໄຟຄວາມໄວສູງຊີ່ຈິວໂລງຂອງຮົງກົງ, ທ່ານສີຈິ້ນຜິງ ພ້ອມດ້ວຍທ່ານນາງເຜີງລີ້ຢວນ ພັນລະນາຂອງເພິ່ນ ໄດ້ຮັບການຕ້ອນຮັບຢ່າງຄຶກຄື້ນຈາກບຸກຄົນວົງການຕ່າງໆຂອງຮົງກົງ. ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໃນພິທີຕ້ອນຮັບ ໂດຍກ່າວວ່າ, ເພິ່ນໄດ້ຕິດຕາມ ເອົາໃຈໃສ່ແລະເປັນຫ່ວງເປັນໃຍນຳຮົງກົງຢູ່ສະເໝີ, ຈິດໃຈຂອງເພິ່ນ ແລະຈິດໃຈຂອງລັດຖະບານກາງ ໄດ້ຢູ່ນຳກັນກັບພີ່ນ້ອງຮ່ວມຊາດຮົງກົງມາໂດຍຕະຫຼອດ ໃນໄລຍະໜຶ່ງທີ່ຜ່ານມາ, ຮົງກົງໄດ້ຜ່ານການທົດສອບທີ່ຂ້ຽວຂາດເທື່ອແລ້ວເທື່ອເລົ່າ, ໄດ້ເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆນານາ, ຫຼັງຈາກຜ່ານຜ່າຟ້າຝົນລົມແດງແລ້ວ, ຮົງກົງໄດ້ຟື້ນຊີບຄືນໃໝ່, ໄດ້ປາກົດມີພະລັງຊີວິດທີ່ຟົດຟື້ນ. ເລື່ອງຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ, “ປະເທດດຽວ ສອງລະບອບ” ມີພະລັງຊີວິດທີ່ເຂັ້ມແຂງ, ແມ່ນລະບອບທີ່ດີທີ່ສາມາດຮັບປະກັນຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຍາວນານຂອງຮົງກົງ, ປົກປັກຮັກສາຄວາມສຸກຂອງພີ່ນ້ອງຮ່ວມຊາດຮົງກົງ. ຂໍແຕ່ພວກເຮົາຍຶດໝັ້ນ “ປະເທດດຽວ ສອງລະບອບ” ຢ່າງບໍ່ຫວັ່ນໄຫວຄອນແຄນ, ຮົງກົງຈະມີອະນາຄົດອັນດີງາມກວ່າເກົ່າຢ່າງແນ່ນອນ. ຮົງກົງຈະສາມາດປະກອບສ່ວນໃໝ່ອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງແນ່ນອນ.

 

ທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ ແລະພີທີສາບານຕົວຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6 ໃນວັນທີ 1 ກໍລະກົດ 2022, ທັງສຳຫຼວດກວດກາວຽກງານຢູ່ຮົງກົງ.