ທ່ານສີຈິ້ນຜິງກ່າວວ່າ: ຊາວເມືອງຮົງກົງຂໍພຽງແຕ່ອູ້ມຊູສະໜັບສະໜູນທິດທາງ “ປະເທດດຽວສອງລະບອບ”ຢ່າງຈິງໃຈ, ຮັກຫອມຮົງກົງ ຄົາລົບແລະປະຕິບັດຕາມກົດໝາຍພື້ນຖານ ກໍຈະລ້ວນແລ້ວແຕ່ເປັນກຳລັງແຮງທີ່ຕັ້ງໜ້າເຂົ້າໃນການສ້າງສາຮົງກົງ

2022-07-01 13:19:28 cri


ວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຢູ່ຮົງກົງວ່າ ຊາວເມືອງຮົງກົງບໍ່ວ່າມີອາຊີບຫຍັງ? ເຊື່ອໃນແນວຄວາມຄິດຫຍັງ? ຂໍພຽງແຕ່ອູ້ມຊູສະໜັບສະໜູນທິດທາງ “ປະເທດດຽວ ສອງລະບອບ”ຢ່າງຈິງໃຈ, ຂໍພຽງແຕ່ຮັກຫອມຮົງກົງທີ່ເປັນບ້ານເມືອງຂອງຕົນ, ຂໍພຽງແຕ່ເຄົາລົບແລະປະຕິບັດຕາມກົດໝາຍພື້ນຖານແລະກົດໝາຍເຂດບໍລິຫານພິເສດຮົງກົງ, ກໍຈະລ້ວນແລ້ວແຕ່ເປັນກຳລັງແຮງທີ່ຕັ້ງໜ້າເຂົ້າໃນການສ້າງສາຮົງກົງ, ລ້ວນແຕ່ຈະສາມາດປະກອບສ່ວນທັງກຳລັງກາຍແລະໃຈຂອງຕົນໄດ້.