ຈັດພິທີມອບຮັບວັກຊີນທີ່ຈີນສະໜອງໃຫ້ມຽນມາໂດຍຜ່ານອາຊຽນ

2022-07-01 11:47:55 cri

   ວັນທີ30ມິຖຸນາແລ້ວນີ້, ພິທີມອບຮັບວັກຊີນທີ່ລັດຖະບານຈີນສະໜອງໃຫ້ມຽນມາໂດຍຜ່ານອາຊຽນໄດ້ຈັດຂຶ້ນຢູ່ສະຖານທູດຈີນປະຈຳມຽນມາ, ໂດຍມີທ່ານເຊີນໄຫ ເອກອັກຄະລັດຖະທູດຈີນປະຈຳມຽນມາ, ແລະທ່ານ ປຣາກໂຊຄອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ໃນນາມທູດພິເສດຂອງອາຊຽນກ່ຽວກັບບັນຫາມຽນມາ ໄດ້ເຂົ້າຮ່ວມພິທີດັ່ງກ່າວແລະກ່າວປາໄສ.

   ທ່ານເຊີນໄຫກ່າວວ່າ: ນັບແຕ່ພະຍາດໂຄວິດ-19ລະບາດເປັນຕົ້ນມາ,ຈີນແລະມຽນມາໄດ້ຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ. ສຳລັບເທື່ອນີ້ ຈີນໄດ້ຜ່ານອາຊຽນສະໜອງວັກຊີນອີກຄັ້ງໃໝ່ໃຫ້ມຽນມາຈຳນວນ2ລ້ານຫຼອດ,ໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຕໍ່ອາຊຽນຂອງຈີນຢ່າງເຕັມທີ່ ພ້ອມທັງສະໜັບສະໜູນວຽກງານຊ່ວຍເຫຼືອດ້ານມະນຸດສະທຳຂອງມຽນມາ. ຈີນຈະພ້ອມກັບອາຊຽນສືບຕໍ່ລົງເລິກຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ,ຮ່ວມມືກັບອາຊຽນໃນການຕ້ານກັບພະຍາດໂຄວິດ-19, ຊຸກຍູ້ໃຫ້ພາກພື້ນອາຊຽນຟື້ນຟູຄືນໃໝ່.

   ທ່ານປຣາກໂຊຄອນໄດ້ສະແດງຄວາມຂອບໃຈນຳການສະໜັບສະໜູນຂອງຈີນຕໍ່ອາຊຽນແລະກ່າວວ່າ:ວັກຊີນຈຳນວນ2ລ້ານຫຼອດທີ່ຈີນຊ່ວຍເຫຼືອມຽນມາຜ່ານອາຊຽນໃນເທື່ອນີ້,ຈະມອບໃຫ້ໜ່ວຍງານແບ່ງປັນວັກຊີນຮ່ວມມືກັບກະຊວງສາທາລະນະສຸກມຽນມາ,ແຈກຢາຍໃຫ້ເຂດທີ່ມຽນມບາເຂົ້າໄປເຖິງຍາກຫຼາຍນັ້ນຢ່າງມີປະສິດທິພາບສູງແລະທ່ຽງທຳ.