ທ່ານສີຈິ້ນຜິງກ່າວວ່າ: ນະໂຍບາຍທີ່ດີ ຄື “ປະເທດດຽວ ສອງລະບອບ” ບໍ່ມີເຫດຜົນໃດໆທີ່ຈະປ່ຽນແປງ ຕ້ອງຍຶດໝັ້ນເປັນໄລຍະຍາວນານ

2022-07-01 13:54:11 CRI


    ວັນທີ 1 ກໍລະກົດ 2022, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ກ່າວຢູ່ຮົງກົງວ່າ: “ປະເທດດຽວ ສອງລະບອບ” ແມ່ນການປະດິດສ້າງໃໝ່ອັນຍິ່ງໃຫຍ່ແບບບໍ່ເຄີຍມີມາກ່ອນ. ຈຸດປະສົງພື້ນຖານຂອງ “ປະເທດດຽວ ສອງລະບອບ” ແມ່ນເພື່ອປົກປັກຮັກສາ ອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດ, ຮັກສາຄວາມຈະເລີນຮຸ່ງເຮືອງ ແລະສະຖຽນລະພາບອັນຍາວນານຂອງຮົງກົງ ແລະ ມາກາວ. ລັດຖະບານກາງເຮັດທຸກຢ່າງ ແມ່ນເພື່ອຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງຮົງກົງ ແລະ ມາກາວ, ກໍຄືຜົນປະໂຫຍດຂອງພີ່ນ້ອງຮ່ວມຊາດຮົງກົງ ແລະ ມາກາວ.


 ທ່ານສີຈິ້ນຜິງກ່າວຕື່ມວ່າ: ໃນພິທີສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 20 ປີ, ຂ້າພະເຈົ້າເຄີຍກ່າວວ່າ, ລັດຖະບານກາງຈັດຕັ້ງປະຕິບັດທິດທາງ “ປະເທດດຽວ ສອງລະບອບ” ໄດ້ຍຶດໝັ້ນ 2 ຂໍ້ສຳຄັນ ຄື:ໜຶ່ງ, ຍຶດໝັ້ນຢ່າງເດັດດ່ຽວ, ຮັບປະກັນຈະບໍ່ປ່ຽນແປງ ບໍ່ຫວັ່ນໄຫວຄອນແຄນ; ສອງ, ປະຕິບັດຢ່າງຖືກຕ້ອງຮອບດ້ານ, ຮັບປະກັນບໍ່ໃຫ້ມີການຜັນແປ ແລະບໍ່ໄປທາງຜິດ. ມື້ນີ້, ຂ້າພະເຈົ້າຂໍກ່າວເນັ້ນອີກເທື່ອໜຶ່ງວ່າ: “ປະເທດດຽວ ສອງລະບອບ” ໄດ້ຜ່ານການກວດສອບຈາກພຶດຕິກຳເທື່ອແລ້ວເທື່ອອີກ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະເທດ ແລະ ຊົນຊາດ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຮົງກົງ ແລະ ມາກາວ, ໄດ້ຮັບການສະໜັບສະໜູນຢ່າງສຸດຂີດຈາກປະຊາຊົນທົ່ວປະເທດ 1 ຕື້ 400 ລ້ານກວ່າຄົນ, ໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນຮົງກົງ ແລະ ມາກາວຢ່າງເປັນເອກະພາບກັນ, ທັງໄດ້ຮັບຄວາມເຫັນດີໂດຍທົ່ວໄປຈາກປະຊາຄົມໂລກ. ນະໂຍບາຍທີ່ດີຄືແນວນີ້, ບໍ່ມີເຫດຜົນໃດໆທີ່ຈະປ່ຽນແປງ, ຕ້ອງຍຶດໝັ້ນເປັນໄລຍະຍາວນານ!