ທ່ານປູຕິນພົບປະທ່ານວິໂດໂດ ປະທານາທິບໍດີອິນໂດເນເຊຍ

2022-07-01 11:18:57 CRI


    ວັນທີ 30 ມິຖຸນາຜ່ານມານີ້, ທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ພົບປະກັບທ່ານໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ.


     ໃນການພົບປະຄັ້ງນີ້,ກ່ອນອື່ນ ທ່ານປູຕິນໄດ້ແນະນຳຄວາມເປັນມາກ່ຽວກັບການປະຕິບັດການພິເສດທາງການທະຫານຂອງຣັດເຊຍຢູ່ອູແກຣນໃຫ້ທ່ານວິໂດໂດໃຫ້ຮັບຮູ້ຢ່າງລະອຽດ. ທ່ານປູຕິນກ່າວເນັ້ນວ່າ, ອີງຕາມຂໍ້ມູນຂອງຝ່າຍຣັດເຊຍໃຫ້ຮູ້ວ່າ, ທັນຍາຫານທີ່ອູແກຣນສະສົມໄວ້ຈຳນວນມີ 5 ລ້ານໂຕນ, ທັນຍາຫານເຫຼົ່ານີ້ຈະບໍ່ສ້າງຜົນກະທົບຫຍັງຕໍ່ຕະຫຼາດສາກົນ. ນອກນີ້, ຣັດເຊຍບໍ່ໄດ້ສະກັດກັ້ນບໍ່ໃຫ້ອູແກຣນສົ່ງອອກທັນຍາຫານ, ແລະບໍ່ໄດ້ສະກັດກັ້ນບໍ່ໃຫ້ອູແກຣນເກັບກູ້ທຸ່ນລະເບີດຢູ່ທ່າກຳປັ່ນ. ທ່ານປູຕິນກ່າວຕື່ມວ່າ, ເນື່ອງຈາກມີຜົນຜະລິດຈຳນວນພຽງພໍ, ຣັດເຊຍບໍ່ໄດ້ຈຳກັດການສົ່ງອອກປຸຍເຄມີ ແລະ ທັນຍາຫານ.