ທ່ານສີຈິ້ນຜິງກ່າວວ່າ: ຮົງກົງຈະສາມາດສ້າງຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໄດ້ຢ່າງແນ່ນອນ

2022-07-01 13:24:25 CRI


ວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນກ່າວຢູ່ຮົງກົງຈີນວ່າ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ເຂົ້າສູ່ຂະບວນການປະຫວັດສາດທີ່ບໍ່ສາມາດປິ້ນຄືນໄດ້. ຜົນສຳເລັດໃນພຶດຕິກຳທີ່ຊຸກຍູ້ “ປະເທດດຽວ ສອງລະບອບ”ຢູ່ຮົງກົງແມ່ນພາກສ່ວນສຳຄັນໃນຂະບວນການປະຫວັດສາດນີ້. ພວກເຮົາເຊື່ອໝັ້ນວ່າ, ໂດຍມີການສະໜັບສະໜູນທີ່ເດັດດ່ຽວຂອງປະເທດຊາດອັນຍິ່ງໃຫຍ່, ມີການຮັບປະກັນທີ່ເຂັ້ມແຂງຂອງທິດທາງ “ປະເທດດຽວ ສອງລະບອບ”, ຢູ່ໃນຂະບວນການໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນຮ້ອຍປີເຫດການທີ 2 ຂອງຈີນນັ້ນ, ຮົງກົງຈະສາມາດສ້າງຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໄດ້ຢ່າງແນ່ນອນ, ແລະຈະສາມາດຮ່ວມກັບປະຊາຊົນປະເທດຊາດຊົມໃຊ້ກຽດສະຫງ່າອັນສູງສົ່ງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ຢ່າງແນ່ນອນ.