ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ຮົງກົງ ໄດ້ສົ່ງສັນຍານສຳຄັນຫຍັງແດ່?

2022-07-01 16:46:13 CRI


ວັນທີ 1 ກໍລະກົດ 2022, ແມ່ນວັນສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ. ກ່ອນຫນ້າຈັດພິທີສະເຫຼີມສະຫຼອງມື້ຫນຶ່ງ, ຄື ໃນຕອນບ່າຍວັນທີ 30 ມິຖຸນາ 2022, ທ່ານປະທານສີຈິ້ນຜິງໄດ້ເດີນທາງໄປຮອດຮົງກົງ.



ນັບແຕ່ຮົງກົງກັບຄືນສູ່ປະເທດຊາດເມື່ອປີ 1997 ເປັນຕົ້ນມາ, ທຸກໆ 5 ປີ ແລະ 10 ປີໃດກໍຈະຈັດພິທີສະເຫຼີມສະຫຼອງ ແລະ ພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງຄະນະອົງການປົກຄອງເຂດບໍລິຫານພິເສດຊຸດໃໝ່. ເມື່ອ 5 ປີກ່ອນ,ຄື ໃນເວລາທີ່ຮົງກົງກັບຄືນສູ່ປະເທດຊາດ ຄົບຮອບ 20 ປີ, ທ່ານປະທານສີຈິ້ນຜິງກໍໄດ້ເດີນທາງໄປຮອດຮົງກົງເປັນການສະເພາະ.



ເມື່ອທຽບໃສ່ 5 ປີກ່ອນ ທີ່ເດີນທາງໄປຮອດຮົງກົງໂດຍເຮືອບິນພິເສດ, ເທື່ອນີ້,ທ່ານສີຈິ້ນຜິງແມ່ນເດີນທາງດ້ວຍລົດໄຟຂະບວນພິເສດ.ພາຍໃຕ້ສະພາບທີ່ພະຍາດໂຄວິດ-19 ຍັງແຜ່ລະບາດຢູ່, ທ່ານປະທານສີຈິ້ນຜິງໄດ້ ໄປຮົງກົງ, ນີ້ຄືຄວາມຊົມເຊີຍທີ່ຈິງໃຈທີ່ສຸດ.



ໃນຄຳປາໄສປີນີ້, ທ່ານສີຈິ້ນຜິງໄດ້ສະແດງຄວາມໃນໃຈ 3 ດ້ານຢ່າງຈະແຈ້ງ. ໜຶ່ງແມ່ນຄຳຊົມເຊີຍ. ວັນທີ 1 ກໍລະກົດ 2022 ແມ່ນວັນທີ່ຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ, ປະຊາຊົນບັນດາເຜົ່າທົ່ວປະເທດຈະຮ່ວມກັບພີ່ນ້ອງຮ່ວມຊາດຮົງກົງສະເຫຼີມສະຫຼອງເຫດການນີ້. ທ່ານກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຄວາມອວຍພອນອັນດີງາມຕໍ່ພີ່ນ້ອງຮ່ວມຊາດຮົງກົງ. ” ພີ່ນ້ອງຮ່ວມຊາດຮົງກົງໄດ້ຕັ້ງໜ້າເຂົ້າຮ່ວມການປະຕິຮູບ ການເປີດປະຕູສູ່ພາຍນອກ ແລະ ການສ້າງສາຫັນເປັນທັນສະໄໝຂອງປະເທດຊາດມາໂດຍຕະຫຼອດ ແລະໄດ້ປະກອບສ່ວນອັນໃຫຍ່ຫຼວງ. ຕໍ່ກັບເລື່ອງນີ້, ລັດຖະບານກາງ ແລະ ປະຊາຊົນທົ່ວປະເທດບໍ່ເຄີຍຫຼົງລືມຈັກເທື່ອ.


ສອງແມ່ນຄວາມເອົາໃຈໃສ່. ທ່ານປະທານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າໄດ້ຕິດຕາມຮົງກົງ ແລະເອົາໃຈໃສ່ຮົງກົງມາໂດຍຕະຫຼອດ,ຈິດໃຈຂອງຂ້າພະເຈົ້າ ແລະ ລັດຖະບານກາງໄດ້ຢູ່ນໍາພີ່ນ້ອງຮ່ວມຊາດຮົງກົງສະເໝີມາ.”

ໃນພິທີສະເຫຼີມສະຫຼອງເມື່ອ 5 ປີກ່ອນ, ທ່ານສີຈິ້ນຜິງເຄີຍກ່າວວ່າ, “ການພັດທະນາຂອງຮົງກົງແມ່ນສິ່ງທີ່ຂ້າພະເຈົ້າເອົາໃຈໃສ່ມາໂດຍຕະຫຼອດ.” ປັດຈຸບັນ, ຄວາມເອົາໃຈໃສ່ອັນເລິກເຊິ່ງນີ້, ໄດ້ມີຄວາມໝາຍພິເສດຕື່ມອີກ. 5 ປີທີ່ຜ່ານມາ ແມ່ນ 5 ປີທີ່ບໍ່ທຳມະດາ. ຮົງກົງເຄີຍໄດ້ປະເຊີນໜ້າກັບສະພາບທີ່ຂ້ຽວຂາດທີ່ສຸດໃນຊົ່ວໄລຍະໜຶ່ງຫຼັງຈາກກັບຄືນສູ່ປະເທດຊາດເປັນຕົ້ນມາ. ໃນຈຸດເວລາອັນສຳຄັນ, ສູນກາງພັກກອມມູນິດຈີນໄດ້ຕັດສິນນະໂຍບາຍຢ່າງເດັດຂາດ, ຊຸກຍູ້ສະພາບການຂອງຮົງກົງຫັນຈາກຄວາມວຸ້ນວາຍໄປສູ່ຄວາມສະຫງົບເຊິ່ງເປັນບາດລ້ຽວອັນສຳຄັນ.


ສາມ ແມ່ນຄວາມໝັ້ນໃຈ. ໃນມື້ດຽວກັນນີ້ເມື່ອ 5 ປີກ່ອນ, ໃນງານລ້ຽງຮັບຮອງທີ່ຈັດຂຶ້ນໂດຍອົງການປົກຄອງເຂດບໍລິຫານພິເສດ, ທ່ານປະທານສີຈິ້ນຜິງເຄີຍກ່າວເຖິງ “ 3 ເຊື່ອໝັ້ນ” ຕໍ່ພີ່ນ້ອງຮ່ວມຊາດຮົງກົງ, ຄື: ເຊື່ອໝັ້ນຕົນເອງ, ເຊື່ອໝັ້ນຮົງກົງ, ແລະເຊື່ອໝັ້ນປະເທດຊາດ.


ໃນພິທີຕ້ອນຮັບປີນີ້, ທ່ານປະທານສີຈິ້ນຜິງກ່າວວ່າ, ກ້າວເດີນໄປຂ້າງໜ້າຢ່າງບໍ່ລົດລະ, ຈະມີອະນາຄົດທີ່ດີງາມ. ຂໍພຽງແຕ່ຍຶດໝັ້ນ “ປະເທດດຽວ ສອງລະບອບ” ຢ່າງບໍ່ຫວັ່ນໄຫວຄອນແຄນ, ອະນາຄົດຂອງຮົງກົງຈະດີງາມກວ່າເກົ່າຢ່າງແນ່ນອນ, ຮົງກົງຈະປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງແນ່ນອນ.


ຄວາມໝັ້ນໃຈທີ່ເດັດດ່ຽວນີ້, ທ່ານປະທານສີຈິ້ນຜິງກໍເຄີຍກ່າວໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫຼິກາຈິວ ຈອນ ຜູ້ວ່າການເຂດບໍລິຫານພິເສດຮົງກົງທີ່ໄດ້ຮັບເລືອກຕັ້ງໃໝ່ເມື່ອ 1 ເດືອນກ່ອນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ, ການປະຕິບັດໜ້າທີ່ການບໍລິຫານຂອງອົງການປົກຄອງເຂດບໍລິຫານພິເສດຊຸດໃໝ່ຈະປະກົດມີບັນຍາກາດໃໝ່ຢ່າງແນ່ນອນ, ການພັດທະນາຂອງຮົງກົງຈະຂຽນປະຫວັດສາດໜ້າໃໝ່ຢ່າງແນ່ນອນ.”