ທ່ານສີຈິ້ນຜິງສະເໜີຄວາມຫວັງ 4 ຂໍ້ກ່ຽວກັບຮົງກົງສ້າງສະພາບການໃໝ່ເພື່ອບັນລຸການກ້າວກະໂດດໃໝ່

2022-07-01 13:56:52 cri

 

ວັນທີ 1 ກໍລະກົດ2022ນີ້,ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຊີ້ອອກວ່າ,ປັດຈຸບັນ,ຮົງກົງພວມຢູ່ໃນໄລຍະໃໝ່ຈາກຄວາມວຸ້ນວາຍຮອດຄວາມເປັນລະບຽບຮຽບຮ້ອຍແລະກ້າວໄປສູ່ຄວາມຈະເລີນ,5 ປີຕໍ່ໜ້ານີ້ແມ່ນໄລຍະສຳຄັນທີ່ຮົງກົງສ້າງສະພາບການໃໝ່ເພື່ອບັນລຸການກ້າວກະໂດດໃໝ່.ກາລະໂອກາດແລະສິ່ງທ້າທາຍໄດ້ຄົງຕົວຢູ່ຮ່ວມກັນ,ແຕ່ກາລາໂອກາດຫຼາຍກວ່າສິ່ງທ້າທາຍ.

 

ທ່ານສີຈິ້ນຜິງກ່າວວ່າ,ລັດຖະບານກາງແລະບຸກຄົນວົງການຕ່າງໆໃນສັງຄົມຮົງກົງໄດ້ຝາກຄວາມຫວັງຢ່າງສູງຕໍ່ອົງການປົກຄອງຊຸດໃໝ່ຂອງເຂດບໍລິຫານພິເສດຮົງກົງ,ປະຊາຊົນບັນດາເຜົ່າທົ່ວປະເທດມີຄວາມອວຍໄຊໃຫ້ພອນຢ່າງເຕັມປ່ຽມຕໍ່ຮົງກົງ.ນະທີ່ນີ້,ຂ້າພະເຈົ້າຂໍສະເໜີຄວາມຫວັງ 4 ຂໍ້,ຄື:

 

ໜຶ່ງ,ສຸມໃສ່ຍົກລະດັບການປົກຄອງບໍລິຫານໃຫ້ສູງຂຶ້ນ.

 

ສອງ,ເພີ່ມທະວີພະລັງແຮງຂັບເຄື່ອນການພັດທະນາຢ່າງບໍ່ຢຸດຢັ້ງ.

 

ສາມ,ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.

 

ສີ່,ຮ່ວມກັນປົກປັກຮັກສາຄວາມປອງດອງກົງກຽວແລະສະຖຽນລະພາບ.

 

ທ່ານສີຈິ້ນຜິງຊີ້ອອກວ່າ,ຮົງກົງແມ່ນບ້ານເມືອງຮ່ວມຂອງຊາວເມືອງທຸກຖ້ວນໜ້າ,ຄອບຄົວມີຄວາມປອງດອງກັນ,ທຸກສິ່ງທຸກຢ່າງຈຶ່ງຈະມີຄວາມຈະເລີນ.ຫວັງວ່າພີ່ນ້ອງຮ່ວມຊາດຮົງກົງທຸກຖ້ວນໜ້າຈະອອກແຮງເສີມຂະຫຍາຍຄ່ານິຍົມກະແສຫຼັກທີ່ຖືເອົາການຮັກຊາດຮັກຮົງກົງເປັນແກນກາງທັງສອດຄ່ອງກັບທິດທາງ “ປະເທດດຽວ ສອງລະບອບ”,ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມທີ່ກວມລວມ,ຮ່ວມທຸກຮ່ວມສຸກນຳກັນ ສະແຫວງຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ຕ່າງກັນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ ຊ່າງສູ້ຊົນກ້າຊະນະ,ຮ່ວມກັນສ້າງຊີວິດການເປັນຢູ່ທີ່ດີງາມກວ່າເກົ່າ.