ທ່ານສີຈິ້ນຜິງຢ້ຽມຢາມສວນວິທະຍາສາດຮົງກົງ

2022-07-01 09:42:19 cri

 

 ຕອນບ່າຍວັນທີ 30 ມິຖຸນາ2022ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢຽມສວນວິທະຍາສາດຮົງກົງໂດຍມີທ່ານນາງແຄລີ ລຳເຊັງເຢັດເງີ ຜູ້ວ່າການເຂດບໍລິຫານພິເສດຮົງກົງເປັນເພື່ອນຮ່ວມທາງ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາຢ່າງສະໜິດສະໜົມກັບບັນດິດສະຖາບັນວິທະຍາສາດຈີນ, ບັນດິດສະຖາບັນວິສະວະກຳຈີນຢູ່ຮົງກົງ, ພະນັກງານຄົ້ນຄວ້າວິທະຍາສາດ,ຜູ້ຕາງໜ້າວິສາຫະກິດປະດິດດ້ານສ້າງວິທະຍາສາດເຕັກນິກຊາວໜຸ່ມແລະອື່ນໆ.

 



 ສວນວິທະຍາສາດຮົງກົງເປັນສູນຄົ້ນຄວ້າພັດທະນາວິທະຍາສາດເຕັກນິກແລະການສ້າງວິສາຫະກິດທີ່ກ່ຽວຂ້ອງທີ່ໃຫຍ່ທີ່ສຸດຂອງຮົງກົງ, ປັດຈຸບັນມີວິສາຫະກິດ1.100ກວ່າແຫ່ງ, ມີຜູ້ປະກອບການໃນການປະດິດສ້າງດ້ານວິທະຍາສາດເຕັກນິກ17.000 ກວ່າຄົນ ໂດຍໄດ້ດຶງດູດສະຖາບັນຄົ້ນຄວ້າວິທະຍາສາດແລະມະຫາວິທະຍາໄລທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍເຂົ້າໄປສ້າງຕັ້ງຫ້ອງທົດລອງ. ຢູ່ຫ້ອງວາງສະແດງຂອງສວນວິທະຍາສາດຮົງກົງ, ທ່ານສີຈິ້ນຜິງໄດ້ຮັບຟັງການລາຍງານກ່ຽວກັບສະພາບການຕ່າງໆເຊັ່ນ: ການພັດທະນາຂອງການປະດິດສ້າງດ້ານວິທະຍາສາດເຕັກນິກຂອງຮົງກົງ, ການແລກປ່ຽນການພັດທະນາຂອງການປະດິດສ້າງດ້ານວິທະຍາສາດເຕັກນິກລະຫວ່າງນະຄອນເສີນເຈີ້ນກັບຮົງກົງ, ການພັດທະນາຂອງສວນວິທະຍາສາດຮົງກົງແລະອື່ນໆ, ຊົມການວາງສະແດງວິສາຫະກິດປະດິດສ້າງດ້ານວິທະຍາສາດເຕັກນິກທີ່ມີລັກສະນະເປັນຕົວແທນ.ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ໃນຊຸມປີຜ່ານມານີ້, ພາຍໃຕ້ການສະໜັບສະໜູນຈາກລັດຖະບານກາງ, ຮົງກົງໄດ້ເສີມຂະຫຍາຍທ່າແຮງຂອງຕົນ, ໄດ້ສ້າງຜົນງານທີ່ໂດດເດັ່ນໃນດ້ານຕ່າງໆເຊັ່ນ ການຄົ້ນຄວ້າຂັ້ນພື້ນຖານ, ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ,ການພັດທະນາອຸດສາຫະກຳປະດິດສ້າງດ້ານວິທະຍາສາດເຕັກນິກ. ອົງການປົກຄອງເຂດບໍລິຫານພິເສດຮົງກົງຕ້ອງກຳແໜ້ນທ່າອ່ຽງລວມແຫ່ງການຂະຫຍາຍຕົວຂອງຍຸກສະໄໝ, ຖືເອົາການສະໜັບສະໜູນການພັດທະນາການປະດິດສ້າງດ້ານວິທະຍາສາດເຕັກນິກໄວ້ຢູ່ໃນຖານະອັນພົ້ນເດັ່ນກວ່າເກົ່າ,ເຮັດໃຫ້ການປະດິດສ້າງດ້ານວິທະຍາສາດເຕັກນິກເສີມຂະຫຍາຍບົດບາດໃນການຄ້ຳຊູແລະການນຳພາໃຫ້ມີປະສິດທິຜົນຫຼາຍຂຶ້ນຕື່ມອີກ.

 



ທ່ານສີຈິ້ນຜິງຊີ້ອອກວ່າ: ຊາວໜຸ່ມຄືກຸ່ມຄົນທີ່ມີພະລັງຊີວິດຊີວາຫຼາຍທີ່ສຸດແລະມີຫົວຄິດປະດິດສ້າງຫຼາຍທີ່ສຸດໃນສັງຄົມ, ທັງເປັນກຳລັງຫຼັກແຫຼ່ງໃນການຊຸກຍູ້ການພັດທະນາການປະດິດສ້າງດ້ານວິທະຍາສາດເຕັກນິກ, ຕ້ອງປູທາງໃຫ້ຊາວໜຸ່ມ, ສະໜອງຊ່ອງທາງການພັດທະນາໃຫ້ຫຼາຍກວ່າເກົ່າ, ສະໜັບສະໜູນຊາວໜຸ່ມສ້າງຜົນງານດີເດັ່ນແລະບັນລຸຄວາມໃຝ່ຝັນຂອງຕົນໃນການບຸກບືນສູ້ຊົນເພື່ອປະດິດສ້າງແລະສ້າງທຸລະກິດໃນຊີວິດຂອງຕົນ.