ທູດພິເສດອາຊຽນກ່ຽວກັບບັນຫາມຽນມາພົບປະພົນເອກມິນອອງລາຍ

2022-07-01 11:27:03 CRI


ວັນທີ 30 ມິຖຸນາແລ້ວນີ້, ທ່ານປຣາກ ໂຊຄອນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໃນນາມເປັນທູດພິເສດອາຊຽນກ່ຽວກັບບັນຫາມຽນມາທີ່ໄດ້ຢ້ຽມຢາມມຽນມາເປັນເທື່ອທີ 2 ໄດ້ພົບປະກັບພົນເອກມິນອອງລາຍ ນາຍົກລັດຖະບານຮັກສາການທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາຢູ່ນະຄອນຫຼວງເນປີດໍ.


     ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ 5 ຂໍ້ກັບອາຊຽນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ. ຈາກນັ້ນ,ທ່ານປຣາກ ໂຊຄອນຍັງຈະພົບປະກັບຝ່າຍທີ່ກ່ຽວຂ້ອງຕ່າງໆ ເຊິ່ງລວມທັງຜູ້ຕາງໜ້າກອງປະກອບອາວຸດທ້ອງຖິ່ນຊົນເຜົ່າມຽນມາຫຼາຍຝ່າຍ, ໃນໄລຍະຢ້ຽມຢາມ ມຽນມາ ທ່ານຍັງຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7.