ທ່ານສີຈິ້ນຜິງຫວັງຢ່າງຍິ່ງວ່າ ຊາວໜຸ່ມຮົງກົງທຸກຄົນຈະສ້າງຜົນງານແຫ່ງຊີວິດອັນສົດໃສດ້ວຍຄວາມເປັນໄວໜຸ່ມທີ່ຟົດຟື້ນ

2022-07-01 13:20:52 CRI

ວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນກ່າວເນັ້ນໜັກຢູ່ຮົງກົງວ່າ, ຕ້ອງເອົາໃຈໃສ່ ແລະ ຮັກແພງຊາວໜຸ່ມເປັນພິເສດ. ເມື່ອຊາວໜຸ່ມມີຄວາມຈະເລີນ, ຮົງກົງກໍຈະມີຄວາມຈະເລີນ; ຊາວໜຸ່ມມີການພັດທະນາ, ຮົງກົງກໍຈະມີການພັດທະນາ; ຊາວໜຸ່ມມີອະນາຄົດທີ່ດີ, ຮົງກົງກໍຈະມີອະນາຄົດທີ່ດີ.


ທ່ານສີຈິ້ນຜິງກ່າວວ່າ, ຕ້ອງຊີ້ນຳຊາວໜຸ່ມເຍົາວະຊົນຮັບຮູ້ທ່າອ່ຽງລວມແຫ່ງການພັດທະນາຂອງປະເທດຊາດ ແລະ ໂລກ, ເພີ່ມທະວີຄວາມພາກພູມໃຈຕໍ່ຊາດ ແລະ ສະຕິເປັນເຈົ້າຂອງປະເທດຊາດ. ຕ້ອງຊ່ວຍເຫຼືອຊາວໜຸ່ມອັນໄພສານແກ້ໄຂຄວາມຫຍຸ້ງຍາກຕົວຈິງໃນດ້ານການຮຽນ ການປະກອບອາຊີບ ການສ້າງທຸລະກິດ ແລະ ບ່ອນຢູ່ອາໄສ, ສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ເຂົາເຈົ້າເພື່ອເຕີບໃຫຍ່ ແລະ ສ້າງຕົນເອງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດ. ພວກເຮົາຫວັງຢ່າງຍິ່ງວ່າ, ຊາວໜຸ່ມຮົງກົງທຸກຄົນຈະມີສ່ວນຮ່ວມເຂົ້າໃນການສ້າງຮົງກົງທີ່ສວຍງາມ, ສ້າງຜົນງານແຫ່ງຊີວິດອັນສົດໃສດ້ວຍຄວາມເປັນໄວໜຸ່ມທີ່ຟົດຟື້ນ.