ບ່ອນປ່ຽນລາງລົດໄຟຂອງສະຖານີລົດໄຟວຽງຈັນໃຕ້ເລັດເລີ່ມນຳໃຊ້ໃນວັນທີ 1 ກໍລະກົດນີ້

2022-07-01 15:22:07 CRI

    ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ,ບ່ອນປ່ຽນລາງລົດໄຟສະຖານີລົດໄຟວຽງຈັນໃຕ້ໄດ້ສ້າງສຳເລັດ ແລະ ເລີ່ມນຳໃຊ້ຢ່າງເປັນທາງການແລ້ວໃນວັນທີ 1 ກໍລະກົດນີ້, ຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດເມື່ອໄດ້ສຳເລັດການປ່ຽນຈາກລາງລົດໄຟມາດຖານເປັນລາງລົດໄຟແຄບແລ້ວກໍ່ຈະແລ່ນໄປສູ່ທ່າກຳປັ່ນແຫຼມສະບັງຂອງໄທ.


     ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວ-ໄທໄດ້ບັນລຸການເຊື່ອມຕໍ່ກັນ, ເສັ້ນທາງຈໍລະຈອນສິນຄ້າສາກົນທາງບົກ-ທາງທະເລຈະສະດວກກວ່າເກົ່າ.