ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມກອງຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 7 ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ແລະການເຄື່ອນໄຫວທາງການທູດສອງຝ່າຍແລະຫຼາຍຝ່າຍຕ່າງໆ

2022-07-01 20:36:10 ຊີອາໄອ


ວັນທີ 1ກໍລະກົດນີ້ ທ່ານຈ້າວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ, ເລີ່ມແຕ່ວັນທີ 3 ຫາ 14 ກໍລະກົດນີ້ ທ່ານຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປມຽນມາ ເພື່ອເປັນປະທານຈັດກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 7 ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງ, ແລະຈະເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຂອງກຸ່ມ ຈີ20 ທີ່ອິນໂດເນເຊຍ, ຢ້ຽມຢາມໄທ, ຟິລິບປິນ, ອິນໂດເນເຊຍແລະມາເລເຊຍຢ່າງເປັນທາງການ, ແລະເປັນປະທານຈັດກອງປະຊຸມຄັ້ງທີ 2 ພາຍໃຕ້ກົນໄກການຮ່ວມມືລະດັບສູງລະຫວ່າງຈີນ-ອິນໂດເນເຊຍ, ແລ້ວຢູ່ນະຄອນໜານນິງເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງຂອງຈີນ ເປັນປະທານຈັດກອງປະຊຸມຄັ້ງທີ 14 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມ, ກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍ.