ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງຍຶດໝັ້ນນະໂຍບາຍ “ປະເທດດຽວ ສອງລະບອບ” ເປັນໄລຍະຍາວນານ

2022-07-01 14:37:16 cri


ຕອນເຊົ້າວັນທີ 1 ກໍລະກົດ2022ນີ້, ພິທີສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ ແລະພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງຄະນະອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6 ໄດ້ຈັດຂຶ້ນຢູ່ສູນປະຊຸມວາງສະແດງຮົງກົງຢ່າງຍິ່ງໃຫຍ່. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີ ແລະກ່າວຄຳປາໄສທີ່ສຳຄັນ. ທ່ານສີຈິ້ນຜິງກ່າວວ່າ: “ປະເທດດຽວ ສອງລະບອບ” ໄດ້ຜ່ານການກວດສອບຈາກພຶດຕິກຳເທື່ອແລ້ວເທື່ອອີກ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະເທດ ແລະ ຊົນຊາດ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຮົງກົງ ແລະ ມາກາວ, ໄດ້ຮັບການສະໜັບສະໜູນຢ່າງສຸດຂີດຈາກປະຊາຊົນທົ່ວປະເທດ 1 ຕື້ 400 ລ້ານກວ່າຄົນ, ໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນຮົງກົງ ແລະ ມາກາວຢ່າງເປັນເອກະພາບກັນ, ທັງໄດ້ຮັບຄວາມເຫັນດີໂດຍທົ່ວໄປຈາກປະຊາຄົມໂລກ. ນະໂຍບາຍທີ່ດີຄືແນວນີ້, ບໍ່ມີເຫດຜົນໃດໆທີ່ຈະປ່ຽນແປງ, ຕ້ອງຍຶດໝັ້ນເປັນໄລຍະຍາວນານ!

ທ່ານສີຈິ້ນຜິງກ່າວວ່າ: ຫຼັງຈາກກັບຄືນສູ່ປະເທດຊາດແລ້ວ, ພີ່ນ້ອງຮ່ວມຊາດຮົງກົງໄດ້ເປັນເຈົ້າຂອງປະເທດຊາດ, ປະຕິບັດນະໂຍບາຍທີ່ຊາວຮົງກົງປົກຄອງຮົງກົງ, ປົກຄອງຕົນເອງໃນລະດັບສູງ, ຮົງກົງເລີ່ມມີປະຊາທິປະໄຕຢ່າງແທ້ຈິງ. ລະບອບປະຊາທິປະໄຕຂອງເຂດບໍລິຫານພິເສດຮົງກົງສອດຄ່ອງກັບທິດທາງ “ປະເທດດຽວ ສອງລະບອບ”, ມີຜົນດີຕໍ່ການປົກປັກຮັກສາສິດແລະຜົນປະໂຫຍດດ້ານປະຊາທິປະໄຕຂອງຊາວຮົງກົງ, ມີຜົນດີຕໍ່ການຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງຮົງກົງ ເຊິ່ງມີອະນາຄົດທີ່ສະຫວ່າງສະໄຫວ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງປະຕິບັດນະໂຍບາຍ “ຜູ້ຮັກຊາດປົກຄອງຮົງກົງ”ໃຫ້ເປັນຮູບປະທຳ. ໃນໂລກນີ້, ບໍ່ມີປະຊາຊົນຂອງປະເທດໃດແລະເຂດແຄ້ວນໃດຈະອະນຸຍາດໃຫ້ອິດທິກຳລັງແລະບຸກຄົນທີ່ບໍ່ຮັກຊາດ, ຂາຍຊາດແລະທໍລະຍົດຕໍ່ປະເທດຊາດກຳອຳນາດການປົກຄອງ. ການທີ່ໃຫ້ຜູ້ຮັກຊາດກຳແໜ້ນອຳນາດການປົກຄອງບໍລິຫານເຂດບໍລິຫານພິເສດຮົງກົງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຮັບປະກັນໃຫ້ຮົງກົງມີຄວາມສະຫງົບເປັນໄລຍະຍາວນານ ເຊິ່ງເວລາໃດກໍຈະບໍ່ສາມາດຫວັ່ນໄຫວຄອນແຄນໄດ້.

ທ່ານສີຈິ້ນຜິງກ່າວຕື່ມວ່າ: ລັດຖະບານກາງສະໜັບສະໜູນໃຫ້ຮົງກົງຮັກສາຖານະແລະທ່າແຮງພິເສດເປັນໄລຍະຍາວນານຢ່າງເຖິງຖອງ, ປັບປຸງຖານະທີ່ເປັນສູນກາງທາງດ້ານການເງິນສາກົນ, ການຂົນສົ່ງທາງທະເລ ແລະການຄ້າ, ປົກປັກຮັກສາສະພາບແວດລ້ອມການດຳເນີນທຸລະກິດທີ່ເສລີ, ເປີດກວ້າງແລະມີ ລະບຽບແບບແຜນ, ຮັກສາລະບຽບກົດໝາຍທົ່ວໄປ, ຂະຫຍາຍການພົວພັນກັບສາກົນທີ່ສະດວກແລະວ່ອງໄວ.

ທ່ານສີຈິ້ນຜິງກ່າວຕື່ມອີກວ່າ: 5 ປີຕໍ່ໜ້ານີ້ແມ່ນໄລຍະສຳຄັນທີ່ຮົງກົງສ້າງສະພາບການໃໝ່ເພື່ອບັນລຸການກ້າວກະໂດດໃໝ່. ດັ່ງນັ້ນ, ທ່ານສີຈິ້ນຜິງໄດ້ສະເໜີຄວາມຫວັງ 4 ຂໍ້ໃຫ້ກັບອົງການປົກຄອງຊຸດໃໝ່ຂອງເຂດບໍລິຫານພິເສດຮົງກົງ ຄື ສຸມໃສ່ຍົກລະດັບການປົກຄອງບໍລິຫານໃຫ້ສູງຂຶ້ນ, ເພີ່ມທະວີພະລັງແຮງຂັບເຄື່ອນການພັດທະນາຢ່າງບໍ່ຢຸດຢັ້ງ, ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ, ຮ່ວມກັນປົກປັກຮັກສາຄວາມປອງດອງກົມກຽວແລະສະຖຽນລະພາບ.