ທູດພິເສດອາຊຽນກ່ຽວກັບບັນຫາມຽນມາພົບປະກັບຜູ້ຕາງໜ້າຂອງກອງກຳລັງປະກອບອາວຸດຊົນເຜົ່າມຽນມາ 7 ກອງ

2022-07-02 15:45:52 cri

ວັນທີ 1 ກໍລະກົດ 2022, ທ່ານປຣາກ ໂຊຄອນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ໃນນາມເປັນທູດພິເສດອາຊຽນກ່ຽວກັບບັນຫາມຽນມາໄດ້ພົບປະຜູ້ຕາງໜ້າຂອງກອງກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນມຽນມາ 7 ກອງຢູ່ນະຄອນຫຼວງເນປີດໍ ປະເທດມຽນມາ. ກອງກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນມຽນມາ 7 ກອງນີ້ລ້ວນແຕ່ໄດ້ລົງນາມໃນສັນຍາຢຸດຍິງທົ່ວປະເທດແລ້ວ. ໃນເວລາພົບປະກັນ, ຜູ້ຕາງໜ້າຂອງກອງກຳລັງ 7 ກອງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ສອງຝ່າຍຈົ່ງພະຍາຍາມຮ່ວມກັນ, ສ້າງສະພາບແວດລ້ອມການເມືອງທີ່ດີໃຫ້ແກ່ການເຈລະຈາສັນຕິພາບ, ແລະຈະພະຍາຍາມຢ່າງສຸດຂີດເພື່ອພົບປະກັບຝ່າຍທີ່ມີສ່ວນໄດ້ສ່ວນເສຍຮ່ວມກັນທຸກຝ່າຍ.

ກ່ອນນີ້ບໍ່ດົນ, ຜູ້ຕາງໜ້າຂອງກອງກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນມຽນມາ 7 ກອງດັ່ງກ່າວ ໄດ້ສຳເລັດການເຈລະສັນຕິພາບຮອບໜຶ່ງກັບລັດຖະບານຮັກສາການມຽນມາ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ກໍລະກົດນີ້, ທ່ານຊໍມິນທຸນ ໂຄສົກຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາກ່າວວ່າ: ທູດພິເສດອາຊຽນກ່ຽວກັບບັນຫາມຽນມາໄດ້ຢ້ຽມຢາມມຽນມາສອງເທື່ອ ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ດີ ແລະ ເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ.