ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງອິນໂດເນເຊຍເລີ່ມປູລາງແລ້ວ

2022-07-02 16:54:41 cri


   ວັນທີ 1 ກໍລະກົດນີ້, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງອິນໂດເນເຊຍທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນເປັນຫຼັກ ໄດ້ເລີ່ມເຮັດວຽກປູລາງລົດໄຟຢ່າງເປັນທາງການແລ້ວ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຈາກໄລຍະທະລຸເສັ້ນທາງເຂົ້າສູ່ໄລຍະການສ້າງສິ່ງກໍ່ສ້າງຕ່າງໆເພື່ອສົ່ງສັນຍານ, ໄຟຟ້າເປັນຕົ້ນຢ່າງຮອບດ້ານ.
   ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງອິນໂດເນເຊຍທັງໝົດຍາວ 142 ກິໂລແມັດ, ເສັ້ນທາງຫຼັກປູລາງລົດໄຟຍາວ 279,4 ກິໂລແມັດ. ໃນນັ້ນ, ທາງລົດໄຟທີ່ມີຫີນຂົບປູຢູ່ພື້ນລາງຍາວ 112,8 ກິໂລແມັດ, ສ່ວນທີ່ເຫຼືອບໍ່ຈຳເປັນປູຫີນຂົບ ເຊິ່ງມີຄວາມຍາວ 166,6 ກິໂລແມັດ, ຕະຫຼອດເສັ້ນທາງລົດໄຟດັ່ງກ່າວລ້ວນແຕ່ໃຊ້ລາງເຫຼັກກ້າຂະໜາດ 50 ແມັດທີ່ຜະລິດໂດຍຈີນ.
   ຄວາມຍາວທັງໝົດຂອງຂົວແລະອຸມົງໄດ້ກວມຄວາມຍາວຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເຖິງ 70,6%, ຍາກຕໍ່ການກໍ່ສ້າງ, ເວລາກໍ່ສ້າງກໍ່ຮີບດ່ວນຫຼາຍ, ບໍລິສັດຮັບເໝົາກໍ່ສ້າງຝ່າຍຈີນໄດ້ຜ່ານຜ່າຜົນກະທົບທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດວຽກງານກະກຽມທຸກຢ່າງໃຫ້ດີ ເຊິ່ງໄດ້ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ການເລີ່ມດຳເນີນການປູລາງລົດໄຟຢ່າງຮອບດ້ານ.