ທູດພິເສດອາຊຽນກ່ຽວກັບັນຫາມຽນມາພົບປະກັບທູຕານຸທູດຫຼາຍປະເທດປະຈຳມຽນມາ

2022-07-03 16:33:06 CRI


ຕອນບ່າຍສັນທີ 2 ກໍລະກົດນີ້, ທ່ານພຣັກ ໂຊໂຄນ  Prak Sokhonn ທູດພິເສດອາຊຽນກ່ຽວກັບບັນຫາມຽນມາ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໄດ້ພົບປະກັບທູຕານຸທູດຫຼາຍປະເທດປະຈຳມຽນມາຢູ່ທີ່ນະຄອນຢາງກຸ້ງ.

 

ຕາມຂ່າວແຈ້ງວ່າ, ຜູ້ທີ່ເຂົ້າຮ່ວມການພົບປະຄັ້ງນີ້ລວມທັງ ທູຕານຸທູດຂອງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆປະຈຳມຽນມາ, ເຊັ່ນ: ອາເມຣິກາ ອົສຕຣາລີ, ສະຫະພາບເອີລົບ ແລະອື່ນໆ. ຝ່າຍຕ່າງໆໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ “ຄວາມຮັບຮູ້ເປັນເອກະພາບກັນ 5 ຂໍ້” ກ່ຽວກັບບັນຫາມຽນມາຂອງອາຊຽນ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນຫາອື່ນໆ.