ທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຫຼາຍກວ່າ 780.000 ໂຕນ

2022-07-03 15:15:03 cri


ນັບແຕ່ທາງລົດໄຟຈີນລາວໄດ້ເປີດບໍລິການເປັນເວລາ7ເດືອນມານີ້ນັບມາຮອດວັນທີ2ກໍລະກົດນີ້ດ່ານພາສີນະຄອນຄຸນໝິງໄດ້ກວດກາແລະປ່ອຍລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນລາວ ລວມທັງໝົດ1548ຂະບວນໄດ້ຂົນສົ່ງສິນຄ້າລວມ781400ໂຕນມີມູນຄ່າ7703 ຕື້ຢວນສິນຄ້າຂາເຂົ້າຂາອອກກວມທັງຜະລິດຕະພັນກະສິກຳ ຜະລິດຕະພັັນກົນຈັກເອເລັກໂຕຼນິກ ຜະລິດຕະພັນບໍ່ແຮ່ແລະອື່ນໆລວມ 2000 ກວ່າຊະນິດ




ເພື່ອຮັບປະກັນໃຫ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນຈີນລາວມີປະສິດທິພາບສູງດ່ານພາສີນະຄອນຄຸນໝິງໄດ້ຖືເອົາການຍົກຄຸນນະພາບຂອງການຄ້າຕ່າງປະເທດໃຫ້ສູງຂຶ້ນແລະຊຸກຍູ້ການສ້າງໜຶ່ງແລວໜຶ່ງເສັ້ນທາງເປັນເປົ້າໝາຍໂດຍໄດ້ຄົ້ນຄວ້າປະດິດສ້າງຮູບແບບການຜ່ານດ່ານແບບໃໝ່ເຊິ່ງໄດ້ຍົກລະດັບຄວາມສະດວກໃນການຜ່ານດ່ານຂອງທາງລົດໄຟຈີນລາວໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ


ອີງຕາມການແນະນຳໃຫ້ຮູ້ວ່າເມື່ອໄດ້ນຳໃຊ້ຮູບແບບການຜ່ານດ່ານແບບໃໝ່ແລ້ວສິນຄ້າສົ່ງອອກຈະເຮັດທຳນຽມແຈ້ງດ່ານແລະກວດສອບຢູ່ຕົ້ນທາງລ່ວງໜ້າເມື່ອລົດໄຟໄປຮອດດ່ານພາສີແລ້ວເຈົ້າໜ້າທີ່ດ່ານພາສີມີແຕ່ກວດກາຄວາມສົມບູນແບບຂອງຕູ້ຄອນເທນເນີແລະປ້າຍປິດແລ້ວກໍ່ສາມາດອະນຸຍາດໃຫ້ຜ່ານດ່ານໄດ້ຢ່າງວ່ອງໄວເຊິ່ງໄດ້ປະຢັດເວລາແລະຕົ້ນທຶນໃຫ້ໜ້ອຍລົງຢ່າງຫຼວງຫຼາຍ