ຫໍພິພິທະພັນພະລາຊະວັງບູຮານຢູ່ຮົງກົງໄດ້ເປີດບໍລິການຢ່າງເປັນທາງການໃນວັນທີ 3 ກໍລະກົດນີ້

2022-07-03 13:12:16 cri


ວັນທີ 3 ກໍລະກົດນີ້, ຫໍພິພິທະພັນພະລາຊະວັງບູຮານຢູ່ຮົງກົງໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ວາງສະແດງວັດຖຸບູຮານຫຼາຍກວ່າ 900 ອັນທີ່ເລືອກມາຈາກວັດຖຸບູຮານທີ່ຮັກສາໄວ້ໃນຫໍພິພິທະພັນພະລາຊະວັງບູຮານທີ່ປັກກິ່ງ ເຊິ່ງລວມທັງວັດຖຸບູຮານແຫ່ງຊາດລະດັບໜຶ່ງ 166 ອັນ ໂດຍໄດ້ວາງສະແດງປະຫວັດສາດອັນຍາວນານແລະວັດທະນະທຳທີ່ພົ້ນເດັ່ນຂອງຈີນໃຫ້ຜູ້ຊົມໄດ້ຊົ່ມເບິ່ງ.



ຕາມຂ່າວແຈ້ງວ່າ: ປີ້ປະເພດຕ່າງໆທີ່ຂາຍແລະຈອງຊື້ຜ່ານເວທີຊື້ປີ້ຕ່າງໆ ໄດ້ຂາຍອອກເກືອບ 100.000 ໃບ. ຫໍພິພິທະພັນພະລາຊະວັງບູຮານຢູ່ຮົງກົງຍັງແຈ້ງໃຫ້ຊາບວ່າ: ເລີ່ມແຕ່ວັນທີ 12 ກໍລະກົດນີ້ເປັນຕົ້ນໄປ, ໃນທຸກໆຕອນເຊົ້າວັນອັງຄານ, ລະບົບຊື້ປີ້ຜ່ານທາງອິນເຕີເນັດຈະເລີ່ມຂາຍປີ້ປະເພດຕ່າງໆພາຍໃນ 4 ອາທິດຕໍ່ໜ້າ.