ທ່ານວາງຢີ້ສະແດງຄວາມຄອງຄອຍ3ຂໍ້ຂອງຈີນໃນການແກ້ໄຂບັນຫາມຽນມາ

2022-07-04 12:14:58 cri


   ວັນທີ3ກໍລະກົດນີ້,ທ່ານວາງຢີ້ ທີ່ປຶກສາແຫ່ງລັດ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະຖານະການມຽນມາກັບທ່ານ ປຣາກ ໂຊຄອນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ຢູ່ນະຄອນບາການຂອງມຽນມາ.

   ທ່ານປຣາກໂຊຄອນໄດ້ແນະນຳສະພາບການຢ້ຽມຢາມມຽນມາໃນນາມທູດພິເສດກ່ຽວກັບບັນຫາມຽນມາຂອງອາຊຽນໃຫ້ທ່ານວາງຢີ້ຮັບຮູ້. ເຊິ່ງທ່ານວາງຢີ້ໄດ້ຍ້ອງຍໍກຳປູເຈຍທີ່ໄດ້ໄກ່ເກ່ຍບັນຫາມຽນມາຢ່າງຫ້າວຫັນຫຼັງຈາກເປັນປະເທດປະທານໝູນວຽນອາຊຽນເປັນຕົ້ນມາ,ທັງໄດ້ບັນຍາຍຄວາມຄອງຄອຍ3ຂໍ້ຂອງຈີນຕໍ່ບັນຫາດັ່ງກ່າວວ່າ:

ໜຶ່ງແມ່ນຄອງຄອຍຈີນແລະອາຊຽນຮ່ວມກັນຊຸກຍູ້ໃຫ້ມຽນມາສືບຕໍ່ຊຸກຍູ້ຄວາມເຂົ້າໃຈທາງດ້ານການເມືອງເຊິ່ງກັນແລະກັນຢ່າງປອງດອງກັນພາຍໃຕ້ຂອບລັດຖະທຳມະນູນແລະກົດໝາຍຂອງມຽນມາ,ປຸກລະດົມໃຫ້ພັກຝ່າຍຕ່າງໆຂອງມຽນມາຈົ່ງຖືພາກສ່ວນໃຫຍ່ຂອງຊາດແລະຜົນປະໂຫຍດຂອງປະຊາຊົນເປັນຫຼັກ,ແທດເໝາະກັບສະພາບຄວາມເປັນຈິງຢ່າງມິີສະຕິ,ປະນິປະນອມແລະເຂົ້າໃຈເຊິ່ງກັນແລະກັນ,ທັງພິຈາລະນາຄວາມຕ້ອງການທີ່ສົມເຫດສົມຜົນຂອງທຸກຝ່າຍ,ເພື່ອຟື້ນຟູສະຖຽນລະພາບ ແລະບັນລຸສັນຕິພາບໂດຍໄວເທົ່າທີ່ຈະໄວໄດ້.

ສອງ,ຄອງຄອຍຈີນແລະອາຊຽນຮ່ວມກັນຊຸກຍູ້ໃຫ້ມຽນມາຟື້ນຟູຂະບວນການຫັນເປັນປະຊາທິປະໄຕຄືນໃໝ່,ບັນລຸເປົ້າໝາຍທີ່ໃຫ້ປະຊາຊົນເຂົ້າຮ່ວມວຽກງານການເມືອງ,ຊອກຄົ້ນເສັ້ນທາງພັດທະນາດ້ານການເມືອງທີ່ສອດຄ່ອງກັບສະພາບແຫ່ງຊາດແລະມີລັກສະນະພິເສດຂອງມຽນມາ.

   ສາມ,ຄອງຄອຍອາຊຽນສືບຕໍ່ນຳໃຊ້ຮູບແບບອາຊຽນ,ໂດຍຍຶດໝັ້ນຫຼັກໝັ້ນພື້ນຖານແລະຄວາມເປັນມູນເຊື້ອທີ່ບໍ່ເຂົ້າແຊກແຊງວຽກງານພາຍໃນແລະປະສານງານເປັນເອກະພາບກັນ,ຮັກສາຄວາມໝັ້ນຄົງດ້ານຈິດໃຈ,ແກ້ໄຂສິ່ງກິດຂວາງ,ອົດທົນປະສານງານ,ຈັດຕັ້ງປະຕິບັດ “ຄວາມຮັບຮູ້ທີ່ເປັນເອກສັນກັນ5ຂໍ້”ຂອງອາຊຽນຢ່າງມີລັກສະນະສ້າງສັນ,ປົກປັກຮັກສາຄວາມສາມັກຄີແລະຖານະຊີ້ນຳຂອງທົ່ວອາຊຽນ