ທ່ານວາງຢີ້ພົບປະທ່ານປຣາກ ໂຊຄອນ ຮອງນາຍົກ ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ

2022-07-04 11:24:54 CRI



    ວັນທີ 3 ກໍລະກົດນີ້, ໃນເວລາເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 7 ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ນະຄອນບາການ
ຂອງມຽນມາ, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະທ່ານປຣາກ ໂຊຄອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ.


     ທ່ານວາງຢີ້ກ່າວວ່າ, ພາຍໃຕ້ສະຖານະການໃຫມ່, ຈີນຍິນດີຮ່ວມກັບກຳປູເຈຍເພື່ອຈັດຕັ້ງປະຕິບັດຄວາມຮັບຮືທີ່ເປັນກະກະພາບກັນດ້ານຍຸດທະສາດລະຫວ່າງການນຳຂັ້ນສູງຕື່ມອີກ, ເພີ່ມທະວີການແລກປ່ຽນ, ລົງເລິກການຮ່ວມມື, ກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍໃຫ້ຫມັ້ນຄົງເປັນຢ່າງດີ ເພື່ອສະຫຼອງການສ້າງສາຍພົວພັນທາງການທູດຈີນ-ກຳປູເຈຍຄົບຮອບ 65 ປີໃນປີຫນ້າ.


    ທ່ານປຣາກໂຊຄອນກ່າວວ່າ, ການພົວພັນຄູ່ຮ່ວມຍຸດທະສາດອັນຮອບດ້ານລະຫວ່າງກຳປູເຈຍ ກັບ ຈີນແມ່ນແຂງແຮງທີ່ສຸດ, ລັດຖະບານ ແລະ ປະຊາຊົນກຳປູເຈຍຂອບໃຈຈີນເຄົາລົບສະພາບການຂອງປະເທດກຳປູເຈຍມາໂດຍຕະຫຼອດ, ເດັດດ່ຽວສະຫນັບສະຫນູນການພັດທະນາຂອງກຳປູເຈຍ. ກຳປູເຈຍຈະສືບຕໍ່ປະຕິບັດນະໂຍບາຍປະເທດຈີນດຽວ,ສະຫນັບສະຫນູນຫຼັກຫມັ້ນຂອງຈີນໃນບັນຫາໄຕ້ຫວັນ, ຮົງກົງ, ຊິ່ນຈ່ຽງ ແລະ ຕີເບດ.


     ສອງຝ່າຍກ່າວວ່າ,ຈະຊຸກຍູ້ ‍‍‍‍“ຫນຶ່ງແລວຫນຶ່ງເສັ້ນທາງ” ກັບ ຍຸດທະສາດການພັດທະນາກຳປູເຈຍເຊື່ອມຕໍ່ເຂົ້າກັນຢ່າງເລິກເຊິ່ງ,ກໍ່ສ້າງເຂດເສດຖະກິດພິເສດສີຫະນຸວິນໃຫ້ດີ ແລະ ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ທາງດ່ວນພະນົມເປັນ-ສີຫະນຸວິນເປັນຕົ້ນຢ່າງແທ້ຈິງ.