ນາໂຕຍິນດີຮັບອູແກຣນເຂົ້າເປັນສະມາຊິກຢ່າງແທ້ຈິງ ຫຼື ບໍ່?

2022-07-05 19:27:17 cri

ໃນກອງປະຊຸມສຸດຍອດນາໂຕທີ່ຈັດຂຶ້ນຢູ່ນະຄອນຫຼວງມາດຣິດ ປະເທດແອັສປາຍໃນຫວ່າງບໍ່ດົນມານີ້, ແຟັງລັງ ແລະ ຊູແອັດ ໄດ້ຮັບການເຊື້ອເຊີນເຂົ້າເປັນສະມາຊິກນາໂຕ. ອີກບໍ່ດົນ, ແຟັງລັງ ແລະ ຊູແອັດ ກໍຈະສາມາດກາຍເປັນສະມາຊິກນາໂຕຢ່າງເປັນທາງການ. ເມື່ອເຫັນວ່າແຟັງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກນາໂຕຢ່າງງ່າຍດາຍ, ອູແກຣນກໍຮູ້ສຶກບໍ່ພໍໃຈທີ່ສຸດ. ໃນຂະນະທີ່ເຂົ້າຮ່ວມກອງປະຊຸມທາງວິດີໂອ, ທ່ານໂວໂລດີເມຍ ເຊເລນສກີ ປະທານາທິບໍດີອູແກຣນໄດ້ຕັ້ງຄໍາຖາມປະເທດ “ອ້າຍນ້ອງ” ທີ່ເຂົ້າຮ່ວມກອງປະຊຸມສຸດຍອດນາໂຕຢ່າງລຽນຕິດວ່າ: “ແມ່ນຍ້ອນຄວາມເສຍສະຫຼະຂອງອູແກຣນຍັງບໍ່ພຽງພໍບໍ່?” “ແມ່ນຍ້ອນການປະກອບສ່ວນຂອງອູແກຣນໃນການປົກປ້ອງອະລິຍະທຳຂອງເອີຣົບຍັງບໍ່ພຽງພໍບໍ່?”

ແຕ່ວ່າ, ນາໂຕຈະເຕັມໃຈທີ່ຮັບອູແກຣນເຂົ້າເປັນສະມາຢ່າງແທ້ຈິງບໍ່? ຄຳຕອບຄືບໍ່ຍອມຮັບຢ່າງແນ່ນອນ. ເລື່ອງທີ່ອູແກຣນເຂົ້າເປັນປະເທດສະມາຊິກນາໂຕ, ຄວາມຈິງແລ້ວມັນແມ່ນຄວາມຫຼອກລວງທີ່ອາເມຣິກາກໍ່ຂຶ້ນແຕ່ຕົ້ນຕະຫຼອດມາ. ທ່ານ ແມັກໂຟ(McFaul) ອະດີດເອກອັກຄະລັດຖະທູດອາເມຣິກາປະຈຳຣັດເຊຍ ເຄີຍໄດ້ຮັບຮອງເລື່ອງດັ່ງກ່າວໃນກິດຈະກຳໂຕ້ວາທີຢ່າງເປີດເຜີຍຄັ້ງໜຶ່ງ. ໃນສາຍຕາຂອງອາເມຣິກາ, ອູແກຣນເປັນພຽງໝາກເດີນຕົວໜຶ່ງຂອງຕົນທີ່ສ້າງຄວາມອ່ອນແອໃຫ້ກັບຣັດເຊຍເທົ່ານັ້ນ. ອາເມຣິກາຮັບຮອງວ່າ ຈະສະໜັບສະໜູນອູແກຣນເຂົ້າເປັນປະເທດສະມາຊິກນາໂຕ, ໃນດ້ານໜຶ່ງກໍເພື່ອທ້າທາຍເກາະຜິດກັບຣັດເຊຍ, ເຮັດໃຫ້ຣັດເຊຍຈຳເປັນຕ້ອງໂຈມຕີອູແກຣນ, ອີກດ້ານໜຶ່ງກໍເພື່ອໃຫ້ຄຳໝັ້ນສັນຍາທີ່ບໍ່ສາມາດບັນລຸຜົນເປັນຈິງແກ່ອູແກຣນ ເພື່ອສວຍໃຊ້ອູແກຣນໃຫ້ໄດ້ດີກວ່າເກົ່າ.

ປັດຈຸບັນ, ການປະທະກັນລະຫວ່າງຣັດເຊຍກັບອູແກຣນໄດ້ແກ່ຍາວຮ້ອຍກວ່າວັນແລ້ວ, ພາຍໃຕ້ການຍຸຍົງສົ່ງເສີມຂອງອາເມຣິກາ ແລະປະເທດຕາເວັນຕົກອື່ນໆ, ສະພາບຂອງອູແກຣນພາຍໃຕ້ການປະທະກັນໄດ້ນັບມື້ນັບຊຸດໂຊມລົງ: ບ້ານເກີດເມືອງນອນຖືກທຳລາຍ, ເສດຖະກິດຊຸດໂຊມລົງເກືອບ 50%, ປະຊາຊົນຕົກເປັນຊາວອົບພະຍົບເພີ່ມຂຶ້ນຢ່າງວ່ອງໄວ ແລະອື່ນໆ. ດັ່ງການລາຍງານຂ່າວຂອງໜັງສືພິມນິວຢອກທາມວ່າ: ເມື່ອທຽບກັບຊູແອັດ ແລະ ແຟັງລັງ ທີ່ເປັນປະເທດທີ່ມີກອງກຳລັງປ້ອງກັນປະເທດຂະໜາດນ້ອຍແຕ່ມີຄວາມກ້າວໜ້າທັນສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມມີລະດັບສູງສົມຄວນ, ໃນສາຍຕາຂອງປະເທດສະມາຊິກນາໂຕ, ອູແກຣນແມ່ນປະເທດ “ສໍ້ລາດບັງຫຼວງ ແລະ ມີຂໍ້ບົກຜ່ອງ”, ອູແກຣນເຂົ້າເປັນສະມາຊິກນາໂຕຈະສ້າງຄວາມລຳບາກໃຫ້ແກ່ນາໂຕຫຼາຍກວ່າຜົນປະໂຫຍດ. ທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດກໍເຄີຍກ່າວວ່າ: ເລື່ອງທີ່ອູແກຣນເຂົ້າເປັນສະມາຊິກນາໂຕຍັງບໍ່ທັນໃກ້ກັບ “ຄວາມອາດເປັນໄດ້” ຈັກເທື່ອເລີຍ.

ມີອູແກຣນຕັ້ງຢູ່ຄືແນວນີ້ແລ້ວ, ການເມືອງພູມີພາກກໍຈະມີປ້ອມດ່ານໜ້າ. ເຖິງວ່າເກີດມີສົງຄາມແລ້ວກໍບໍ່ມີຜົນກະທົບຕໍ່ປະເທດຕົນ. ບໍ່ວ່າ ຈະເພີ່ມທະວີການຊ່ວຍເຫຼືອອູແກຣນໃນດ້ານການທະຫານ ຫຼືວ່າໄປຢ້ຽມຢາມນະຄອນຫຼວງກຽບຂອງອູແກຣນເລື້ອຍໆເພື່ອທຳທ່າວ່າຈະຢືນຢູ່ຄຽງຂ້າງອູແກຣນ ກໍຕາມ, ເປົ້າໝາຍຂອງປະເທດສະມາຊິກນາໂຕລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງຕົນເອງ, ເຂົາເຈົ້າຈະບໍ່ເອົາຫົວຊາສົງຄາມທີ່ເກີດຂຶ້ນຢູ່ອູແກຣນ. ອາເມຣິກາ ແລະປະເທດຕາເວັນຕົກອື່ນໆ ທີ່ຍຸຍົງໃຫ້ສົງຄາມດຸເດືອດຍິ່ງຂຶ້ນກໍເພື່ອບັນລຸເປົ້າໝາຍການເມືອງຂອງຕົນ, ເຂົາເຈົ້າຄືຕົວການທີ່ສ້າງຄວາມປັ່ນປ່ວນວຸ້ນວາຍຢູ່ພາກພື້ນຕ່າງໆ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ