ອາຊີວະສຶກສາມີອະນາຄົດອັນຍາວໄກ ແລະຈະສາມາດສ້າງຜົນງານໄດ້ຢ່າງຫຼວງຫຼາຍ

2022-07-06 09:45:01 cri



 

ຢູ່ໃນໂຮງຮຽນເຜີຍຫຼີເມືອງຊ່ານຕ່ານແຂວງກ່ານຊູ້ໃນຍາມລະດູຮ້ອນ, ບ່ອນໃດກໍເຕັມໄປດ້ວຍພະລັງທີ່ມີຊີວິດຊີວາຂອງໄວໜຸ່ມ.

 



     ວັນທີ 20 ສິງຫາປີ2019, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນທີ່ກຳລັງດຳເນີນການສຳຫຼວດກວດກາວຽກງານຢູ່ແຂວງກ່ານຊູ້ ທາງພາກເໜືອປະເທດຈີນໄດ້ເດີນທາງໄປຢ້ຽມຢາມໂຮງຮຽນເຜີຍຫຼີເມືອງຊ່ານຕ່ານ. ໃນຮູບພາບໃບນີ້, ຜູ້ທີ່ຢືນຢູ່ເຊິ່ງໜ້າກັບທ່ານສີຈິ້ນຜິງກໍແມ່ນທ້າວ ເຈີ່ງເສເສີງ ທີ່ກຳລັງຮຽນຢູ່ໂຮງຮຽນເຜີຍຫຼີໃນເວລານັ້ນ.

 



ເມື່ອທົບທວນຄືນປະຫວັດຄວາມເປັນມາຂອງໂຮງຮຽນເຜີຍຫຼີເມືອງຊ່ານຕ່ານສາມາດຮູ້ໄດ້ວ່າ: ໂຮງຮຽນແຫ່ງນີ້ເປັນໂຮງຮຽນວິຊາຊີບແຫ່ງໜຶ່ງທີ່ທ່ານ ຣູອີ ເອລີ (Rewi Alley) ນັກເຄືື່ອນໄຫວທາງສັງຄົມຜູ້ທີ່ມີຊື່ສຽງຂອງນູແວນເຊລັງ ແລະ ທ່ານຈອດ ອານວິນ ຮອກ (George Alwin Hogg) ຜູ້ຂະຫຍັນຫ້າວຫັນໃນການເຂົ້າຮ່ວມຂະບວນການກຳມະກອນຂອງປະເທດອັງກິດໄດ້ສ້າງຕັ້ງຂຶ້ນເມື່ອປີ1942. ພາຍຫຼັງ ສປ ຈີນສະຖາປະນາຂຶ້ນແລ້ວ, ທາງໂຮງຮຽນໄດ້ສືບທອດປະຕິບັດຕາມຈຸດປະສົງການສ້າງຕັ້ງໂຮງຮຽນຄື “ໃຊ້ມືແລະສະໝອງໄປພ້ອມກັນ ປະດິດສ້າງແລະວິເຄາະ” ເຊິ່ງເປັນການຝາກວິໄສທັດອັນດີງາມທີ່ບຳລຸງສ້າງຄົນໃໝ່ໃຫ້ກັບອະລຸນວັນໃໝ່ຂອງຈີນ, ໄດ້ບຳລຸງສ້າງຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກນິກປະຢຸກຈຳນວນຫຼວງຫຼາຍໃຫ້ແກ່ປະເທດຊາດ.

 

ເມື່ອຫວນຄືນຫຼັງສະພາບການຕອນທີ່ລົມກັບທ່ານສີຈິ້ນຜິງ, ທ້າວເຈີ່ງເສເສີງຍັງຈື່ໄດ້ຢ່າງຄັກແນ່ວ່າ: “ກໍແມ່ນຍ້ອນຄວາມເວົ້າຂອງທ່ານເລຂາທິການໃຫຍ່ນັ້ນເອງຈິ່ງເຮັດໃຫ້ຂ້ອຍມີຄວາມຕັດສິນໃຈທີ່ເດັດດ່ຽວຂຶ້ນຕື່ມອີກເພື່ອຕອບບຸນແທນຄຸນປະເທດຊາດດ້ວຍຄວາມຮູ້ຄວາມສາມາດດ້ານເຕັກນິກ”

 

ໃນເວລານັ້ນ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງອາຄານຝຶກຫັດຕົວຈິງ ເພື່ອຊົມການຝຶກເຕັກນິກວິຊາຊີບພາກປະຕິບັດຕົວຈິງຂອງນັກສຶກສາເຊັ່ນ: ການກຶງດ້ວຍເຄື່ອງຈັກ, ການອອກແບບຕົບແຕ່ງພາຍໃນເຮືອນແບບອັດສະລິຍະແລະອື່ນໆ, ເພິ່ນໄດ້ສອບຖາມສະພາບການຮຽນແລະຊີວິດການເປັນຢູ່ຂອງນັກສຶກສາທັງຫຼາຍວ່າ:

“ຜ່ານການຝຶກສີມືຕົວຈິງ 3 ປີຈະສາມາດບັນລຸລະດັບເຕັກນິກຄືແນວໃດແດ່?”

“ມີໂອກາດໄປຝຶກງານຢູ່ໂຮງງານບໍ່?”

“ພາຍຫຼັງຮຽນຈົບແລ້ວຈະເຂົ້າເຮັດວຽກຫຼືຮຽນຕໍ່?”

ເມື່ອໄດ້ຍິນວ່າ: ນັກສຶກສາສ່ວນໃຫຍ່ແມ່ນມາຈາກເຂດຊົນນະບົດ, ເມື່ອຜ່ານການຮ່ຳຮຽນແລະຝຶກອົບຮົມແລ້ວກໍຈະມີເຕັກນິກຄວາມສາມາດສະເພາະຕົວ, ການປະກອບອາຊີບແມ່ນມີການຮັບປະກັນໂດຍທົ່ວໄປ, ທ່ານສີຈິ້ນຜິງແມ່ນດີໃຈຫຼາຍ, ເພິ່ນກ່າວວ່າ: “ນີ້ສະແດງໃຫ້ເຫັນວ່າ ຜ່ານຈາກຝຶກອົບຮົບວິຊາຊີບແລ້ວ, ນັກສຶກສາມີຄວາມສາມາດປັບຕົວເຂົ້າກັບສະພາບສັງຄົມໄດ້ເພີ່ມຂຶ້ນຫຼາຍກວ່າເກົ່າ ເຊິ່ງສາມາດປະຕິບັດຕາມຈຸດປະສົງການສ້າງໂຮງຮຽນທີ່ວ່າ ‘ໃຊ້ມືແລະສະໝອງໄປພ້ອມກັນ’ໄດ້ຢ່າງແທ້ຈິງ.”

ທ່ານສີຈິ້ນຜິງແມ່ນມີສາຍແນນພິເສດກັບໂຮງຮຽນເຜີຍຫຼີເມືອງຊ່ານຕ່ານ. ຕອນເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງເຄີຍໄດ້ຊຸກຍູ້ໃຫ້ວິສາຫະກິດອອກທຶນຊ່ວຍເຫຼືອໂຮງຮຽນແຫ່ງນີ້. ພາຍຫຼັງຂຶ້ນໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ເພິ່ນກໍໄດ້ເອົາໃຈໃສ່ການພັດທະນາຂອງໂຮງຮຽນແຫ່ງນີ້ມາໂດຍຕະຫຼອດເຊັ່ນກັນ.

ເມື່ອເລົ່າຄືນເຖິງເລື່ອງລາວໃນອະດີດ, ທ່ານສີຈິ້ນຜິງກ່າວວ່າ: “ສິ່ງທີ່ຂ້າພະເຈົ້າໄດ້ເຮັດມານັ້ນມັນເປັນພຽງເລື່ອງເລັກນ້ອຍເທົ່ານັ້ນ ບໍ່ເປັນຕາເວົ້າເຖິງດອກ,ດັ່ງສຸພາສິດທີ່ວ່າ ‘ສົ່ງຂົນຫ່ານມາແຕ່ທາງໄກ ສິ່ງນ້ອຍໆເບົາບາງແຕ່ມີນ້ຳໃຈອັນເລິກເຊິ່ງ  ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ໂຮງຮຽນເຜີຍຫຼີ.”

ຕອນອຳລາຈາກໂຮງຮຽນ, ນັກສຶກສາແລະຄູອາຈານທັງຫຼາຍໄດ້ພາກັນຮ້ອງເພງປະຈຳໂຮງຮຽນເພື່ອເປັນການອຳລາທ່ານສີຈິ້ນຜິງຢ່າງອາໄລອາວອນ.

ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ບັນດານັກສຶກສາແລະພະນັກງານຄູອາຈານວ່າ: “ອາຊີວະສຶກສາມີອະນາຄົດອັນຍາວໄກແລະຈະສາມາດສ້າງຜົນງານໄດ້ຢ່າງໃຫຍ່ຫຼວງ, ‘ອາຊີບນັບເປັນ 360 ຂະແໜງການ, ທຸກຂະແໜງຕ່າງກໍໃຫ້ກຳເນີດຜູ້ທີ່ສຸດຍອດໄດ້’. ຫວັງວ່າພວກສະຫາຍຈະສືບທອດມູນເຊື້ອອັນດີງາມ, ກ້າວເດີນໄປຂ້າງໜ້າພ້ອມກັບຍຸກສະໄໝ, ຕັ້ງໃຈຮ່ຳຮຽນ, ເພື່ອກຳແໜ້ນເຕັກນິກທີ່ເປັນປະໂຫຍດຫຼາຍກວ່າເກົ່າ, ພະຍາຍາມສູ້ຊົນສ້າງຕົນເອງໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ປະເທດຊາດຕ້ອງການແລະມີປະໂຫຍດຕໍ່ປະເທດຊາດ, ຂ້າພະເຈົ້າສະໜັບສະໜູນພວກສະຫາຍ!”

ຫຼັງຈາກນັ້ນບໍ່ດົນ, ດ້ວຍພະລັງແຮງຈາກການໃຫ້ກຳລັງໃຈຂອງທ່ານສີຈິ້ນຜິງ, ທ້າວເຈີ່ງເສເສີງສາມາດສູ້ກັບຄູ່ແຂ່ງຜູ້ທີ່ເກັ່ງໄດ້ຫຼາຍຄົນ ແລ້ວຊີງໄດ້ລາງວັນທີ 3 ໃນລາຍການແຂ່ງຂັນເຕັກນິກການກຶງດ້ວຍເຄື່ອງຈັກໃນການແຂ່ງຂັນສືມີແຮງງານນັກສຶກສາໂຮງຮຽນວິຊາຊີບຊັ້ນກາງນະຄອນຈ່າງເຢ້ແຂວງກ່ານຊູ້.

 ຫຼັງຈາກນັ້ນໜຶ່ງປີຜ່ານໄປ, ທ້າວເຈີ່ງເສເສີງໄດ້ເຂົ້າຮ່ວມການສອບເສັງຄັດເລືອກເຂົ້າມະຫາວິທະຍາໄລໂດຍສາມາດເສັງເຂົ້າວິທະຍາໄລວິຊາຊີບທັນສະໄໝລານໂຈ່ວ ເປັນນັກສຶກສາວິຊາເຕັກນິກປະຍຸກNC(ເຕັກນິກການກຶງດ້ວຍເຄື່ອງຈັກຜະລິດຕາມຄຳສັ່ງດ້ວຍຄອມພິວເຕີ).

ທ້າວເຈີ່ງເສເສີງເວົ້າດ້ວຍຄວາມໝັ້ນໃຈຢ່າງເຕັມປ່ຽມວ່າ: “ຂ້ອຍໄດ້ຕັດສິນໃຈແລ້ວວ່າ: ຫຼັງຈາກຮຽນຈົບ ຈະໄປເຮັດວຽກຢູ່ໂຮງງານເພື່ອເສີມຂະຫຍາຍຄວາມສາມາດດ້ານເຕັກນິກວິຊາຊີບຂອງຕົນຢ່າງເຕັມທີ່, ແລະຂ້ອຍໄດ້ປ່ຽມລົ້ນໄປດ້ວຍຄວາມຄອງຄອຍຕໍ່ອະນາຄົດ. ຝັງຮາກຢູ່ໃນຂະແໜງການນີ້ຈະມີໂອກາດຫຼາຍທີ່ສຸດ.”

ໃນໄລຍະສອງປີຜ່ານມານີ້, ໂຮງຮຽນເຜີຍຫຼີເມືອງຊ່ານຕ່ານກໍໄດ້ເກີດມີການປ່ຽນແປງຢ່າງບໍ່ຢຸດຢັ້ງເຊັ່ນກັນ. ທ່ານຈູ່ເຈ່ຍປ່ຽວເຊິ່ງເປັນຄູສອນຢູ່ໂຮງຮຽນແຫ່ງນີ້ໄດ້ໃຫ້ຮູ້ວ່າ: ໂຮງຮຽນໄດ້ຍ້າຍໄປຕັ້ງຢູ່ບ່ອນໃໝ່, ພື້ນຖານໂຄງລ່າງຕ່າງໆໂດຍສະເພາະອາຄານການຮຽນການສອນເປັນຕົ້ນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ອຸປະກອນສຳລັບການຝຶກຫັດຕົວຈິງກໍໄດ້ຮັບການປັບປຸງໃໝ່ເຊັ່ນກັນ.

ໃນຊຸມປີຜ່ານມານີ້, ການພັດທະນາອາຊີວະສຶກສາຂອງຈີນໄດ້ເພີ່ມທະວີການປັບຕົວໃຫ້ເຂົ້າກັບສະພາບການຢ່າງບໍ່ຢຸດຢັ້ງ, ປັບປຸງຫຼັກສູດວິຊາການ, ລົງເລິກການເຊື່ອມໂຍງເຂົ້າກັນລະຫວ່າງການຜະລິດກັບການຮຽນການສອນ, ພັດທະນາໂຮງຮຽນໄປພ້ອມກັບການພັດທະນາດ້ານເສດຖະກິດສັງຄົມ ໂດຍສາມາດສ້າງໃຫ້ມີພະລັງຊີວິດຊີວາຢ່າງເຂັ້ມແຂງ.ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມານີ້, ອັດຕາການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບຈາກໂຮງຮຽນວິຊາຊີບ ໄດ້ຮັກສາຢູ່ໃນລະດັບສູງຢ່າງຕໍ່ເນື່ອງ, ໃນນີ້, ອັດຕາການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບຈາກໂຮງຮຽນວິຊາຊີບຊັ້ນສູງໄດ້ຮັກສາຢູ່ໃນລະດັບປະມານ 90% ຢ່າງໝັ້ນທ່ຽງ, ສ່ວນນັກສຶກສາທີ່ຮຽນຈົບຈາກໂຮງຮຽນວິຊາຊີບຊັ້ນກາງແມ່ນປະມານ 95%.

  

   ຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກນິກທີ່ໄດ້ຮຽນຈົບຈາກໂຮງຮຽນວິຊາຊີບຈຳນວນຫຼາຍຈົນນັບບໍ່ຖ້ວນຄືດັ່ງທ້າວເຈີ້ງເສເສີງນັ້ນ ກຳລັງນຳໃຊ້ໂອກາດຈາກການພັດທະນາດ້ານອາຊີວະສຶກສາໃນຍຸກໃໝ່ ແລະຄ່ອຍໆເຕີບໃຫຍ່ຂຶ້ນກາຍເປັນນາຍຊ່າງທີ່ມີຄວາມຊຳນານດ້ານເຕັກນິກວິຊາການ, ມີວຸດທິການສຶກສາ, ມີຄຸນນະພາບສັງລວມໃນລະດັບສູງ ເຊິ່ງໄດ້ເພີ່ມພະລັງຊີວິດຊີວາທີ່ບໍ່ມີວັນເຫືອດແຫ້ງເຂົ້າໃນຂະແໜງການອຸດສາຫະກຳການຜະລິດຂອງຈີນ.