ທ່ານຫວາງຢີ້ພົບປະກັບຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ

2022-07-06 12:25:34 cri

 ວັນທີ 5 ກໍລະກົດນີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ຢູ່ນະຄອນຫຼວງບາງກອກຂອງໄທ.

ສອງຝ່າຍມີຄວາມເຫັນເປັນເອກະພາບກັນວ່າ: ໂດຍໂອກາດການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ໄທຄົບຮອບ 10 ປີ, ວາງແຜນການພັດທະນາສາຍພົວພັນສອງປະເທດໃນອະນາຄົດຮ່ວມກັນ, ສຸມກຳລັງເຂົ້າໃນການສ້າງສາຍພົວພັນຄູ່ຮ່ວມຊາຕາກຳຈີນ-ໄທທີ່ໝັ້ນທ່ຽງກວ່າເກົ່າ, ຈະເລີນຮຸ່ງເຮືອງກວ່າເກົ່າ ແລະ ຍືນຍົງກວ່າເກົ່າ. ສອງຝ່າຍຍັງມີຄວາມເຫັນເປັນເອກະພາບກັນວ່າ: ພະຍາຍາມບັນລຸການເຊືຶ່ອມຈອດກັນຂອງທາງລົດໄຟຈີນ-ລາວ-ໄທໂດຍໄວ, ຊຸກຍູ້ການຂົນສົ່ງສິນຄ້າດ້ວຍເສັ້ນທາງ, ຊຸກຍູ້ເສດຖະກິດການຄ້າດ້ວຍການຂົນສົ່ງສິນຄ້າ, ຊຸກຍູ້ອຸດສາຫະກຳດ້ວຍເສດຖະກິດການຄ້າ, ຊຸກຍູ້ການຮ່ວມມືສາມຝ່າຍຈີນ-ລາວ-ໄທຢ່າງຮອບດ້ານ, ຍົກລະດັບການພັດທະນາຂອງອະນຸພາກພື້ນຢ່າງແທ້ຈິງ.

ສອງຝ່າຍຍັງມີຄວາມເຫັນເປັນເອກະພາບກັນຕື່ມວ່າ: ຈະເພີ່ມທະວີການຮ່ວມມືດ້ານຄວາມປອດໄພຂອງອິນເຕີເນັດ, ຮ່ວມກັນໂຈມຕີການຕົວະຕົ້ມທາງໂທລະຄົມ.

ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.