ບໍລິສັດໄປສະນີໄທປັບຄ່າໄປສະນີໃຫ້ສູງຂຶ້ນເປັນຄັ້ງທຳອິດໃນໄລຍະ 18 ປີຜ່ານມາ

2022-07-08 15:01:10 cri


ວັນທີ 7 ກໍລະກົດ 2022, ບໍລິສັດໄປສະນີໄທໄດ້ອະທິບາຍສາເຫດທີ່ບໍລິສັດຕົນປັບຄ່າໄປສະນີພາຍໃນປະເທດໄທໃຫ້ສູງຂຶ້ນໃນວັນທີ 6 ກໍລະກົດນີ້, ສາເຫດຕົ້ນຕໍທີ່ປັບຂຶ້ນຄ່າໄປສະນີຄັ້ງນີ້ແມ່ນຍ້ອນລາຄາພະລັງງານແພງຂຶ້ນຢ່າງຫຼວງຫຼາຍ, ສົ່ງຜົນເຮັດໃຫ້ຄ່າຂົນສົ່ງແລະລາຄາສິນຄ້າແພງຂຶ້ນຢ່າງຮອບດ້ານ, ສະນັ້ນຕ້ອງປັບຄ່າໄປສະນີໃຫ້ສູງຂຶ້ນຈຶ່ງສາມາດຮັບປະກັນການເຄື່ອນໄຫວຂອງບໍລິສັດຕົນ.

ນີ້ແມ່ນບໍລິສັດໄປສະນີໄທປັບຄ່າໄປສະນີໃຫ້ສູງຂຶ້ນເປັນຄັ້ງທຳອິດພາຍຫຼັງບໍລິສັດດັ່ງກ່າວສ້າງຕັ້ງຂຶ້ນ 18 ປີມານີ້, ເປົ້າໝາຍການປັບຂຶ້ນຄ່າໄປສະນີຄັ້ງນີ້ໄດ້ກວມເອົາພັດສະດຸໄປສະນີ ແລະ ຈົດໝາຍທີ່ມີນ້ຳໜັກຫຼາຍກວ່າ 10 ກຣາມ.