ວຽກງານກະກຽມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ໄດ້ດຳເນີນໄປຢ່າງເປັນລະບຽບ

2022-07-08 15:25:57 CRI

ວຽກງານກະກຽມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດກວາງຊີ ຈີນ ລະຫວ່າງວັນທີ 16 ຫາ 19 ກັນຍາປີນີ້, ຈະຈັດງານວາງສະແດງຜ່ານທາອອນລາຍ ແລະ ອັລາຍໄປພ້ອມກັນ, ວຽກງານກະກຽມຢູ່ພາຍໃນປະເທດຈີນແລະຕ່າງປະເທດໄດ້ດຳເນີນໄປຢ່າງເປັນລະບຽບ ແລະ ມີຫຼາຍວິສາຫະກິດທີ່ມີຊື່ສຽງຂອງຈີນແລະຕ່າງປະເທດໄດ້ຕົກລົງຈະເຂົ້າຮ່ວມງານວາງສະແດງປີນີ້.

ຕາມຂ່າວແຈ້ງວ່າ, ເນື້ອທີ່ວາງສະແດງຢູ່ພາຍໃນປະເທດຈີນຂອງງານວາງສະແດງຄັ້ງນີ້ມີເຖິງ 820.000 ຕາແມັດ.

ໃນຂະນະດຽວກັນ, ບັນດາປະເທດສະມາຊິກອາຊຽນກໍໄດ້ຕັ້ງໜ້າຊຸກຍູ້ວຽກງານກະກຽມເຂົ້າຮ່ວມງານວາງສະແດງ, ຫວຽດນາມໄດ້ສະເໜີຈະເໝົາຫ້ອງວາງສະແດງ ແລະ ຈະຈັດໃຫ້ມີຮ້ານວາງສະແດງທາງໄກຢູ່ໃນຫ້ອງວາງສະແດງດັ່ງກ່າວ, ລາວ ແລະ ມຽນມາກໍມີຄວາມຕ້ອງການເພີ່ມຂຶ້ນຕໍ່ຮ້ານວາງສະແດງ, ຣູໄນກໍຈະເໝົາຮ້ານວາງສະແດງຫຼາຍກວ່າເກົ່າ, ໄທກໍໄດ້ເຂົ້າສູ່ໄລຍະເລືອກເຟັ້ນວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງ. ເຂດວາງສະແດງສິນຄ້າດີເດັ່ນຂອງອາຊຽນ ແລະ RCEP” ທີ່ມີຂຶ້ນເປັນຄັ້ງທຳອິດ ກໍໄດ້ເລີ່ມຕົ້ນການອອກແບບການວາງສະແດງ.