ວັດຖຸອຸປະກອນການແພດແລະການຕ້ານພະຍາດທີ່ຈີນຊ່ວຍເຫຼືອແຂວງຂວາງນິນຂອງຫວຽດນາມໄດ້ຖືກຂົນສົ່ງໄປຮອດແລະມອບໃຫ້ຫວຽດນາມ

2022-07-09 15:59:17 CRI

 

ຕາມຂ່າວCRI: ວັນທີ ກໍລະກົດນີ້, ວັດຖຸອຸປະກອນການແພດແລະການຕ້ານພະຍາດງວດໜຶ່ງທີ່ລັດຖະບານຈີນຊ່ວຍເຫຼືອຫວຽດນາມໄດ້ຖືກຂົນສົ່ງໄປຮອດຂົວເລກ2ແມ່ນ້ຳເປີຍລູນດ່ານຕຸ່ງສິ່ງແລະມອບໃຫ້ແຂວງຂວາງນິນຂອງຫວຽດນາມ. ວັດຖຸອຸປະກອນ ການແພດເຫຼົ່ານີ້ລວມທັງເຄື່ອງກວດຫາເຊື້ອ, ຢາກວດນິວເຄຣອິກ, ລະບົບວິເຄາະ PCRເພື່ອກວດຫາເຊື້ອ, ຢາPCRກວດຫາເຊື້ອ, ວັດສະດຸຄົບຊຸດແລະອື່ນໆ. ໃນຫຼາຍມື້ມານີ້, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊແລະສະຖານທູດຈີນປະຈຳຫວຽດນາມໄດ້ປະສານສົມທົບກັນຢ່າງໃກ້ຊິດ, ມອບວັດຖຸອຸປະກອນຊ່ວຍເຫຼືອແກ່ຫວຽດນາມຫຼາຍງວດຢ່າງສະດວກ, ເຊິ່ງໄດ້ສະແດງໃຫ້ເຫັນ ເຖິງມິດຕະພາບຢ່າງເລິກເຊິ່ງທີ່ມີການຮ່ວມມືຢ່າງໃກ້ຊິດ, ຮ່ວມກັນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19ແລະຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນລະຫວ່າງຈີນຫວຽດນາແລະປະຊາຊົນສອງຊາດ.