ຈັດກອງປະຊຸມກົນໄກການສົນທະນາການຮ່ວມມືລະດັບສູງຈີນ-ອິນໂດເນເຊຍຄັ້ງທີ2

2022-07-11 18:06:17 cri



   ວັນທີ 9 ກໍລະກົດນີ້,ຢູ່ເກາະບາຫຼີ ປະເທດອິນໂດເນເຊຍ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮ່ວມກັບ ທ່ານລູຮຸດ ບິນຊາ ປານຈາອີຕັນ ລັດຖະມົນຕີກະຊວງ ປະສານງານກິດຈະການທາງທະເລແລະການລົງທຶນອິນໂດເນເຊຍ ຜູ້ຊີ້ນຳການຮ່ວມມືກັບຈີນຂອງອິນໂດເນເຊຍເປັນປະທານຂອງກອງປະຊຸມກົນໄກການສົນທະນາການຮ່ວມມືລະດັບສູງຈີນ-ອິນໂດເນເຊຍຄັ້ງທີ2, ທ່ານນາງເຣັດໂນ ເລັສຕາຣີ ປຣີອັນຊາຣີ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍໄດ້ເຂົ້າຮ່ວມກອງປະຊຸມ.



ສອງຝ່າຍຢືນຢັນວ່າ: ຈີນແລະອິນໂດເນເຊຍລ້ວນແຕ່ເປັນປະເທດ ໃຫຍ່ທີ່ພວມພັດທະນາ, ອະນາຄົດແລະຊາຕາກຳຂອງສອງປະເທດໄດ້ຕິດພັນກັນ ຢ່າງແຫນ້ນແຟ້ນ. ການພົວພັນລະຫວ່າງສອງຝ່າຍມີຄວາມຫມາຍຍຸດທະສາດ ແລະມີຜົນສະທ້ອນຕໍ່ໂລກ. ສອງຝ່າຍຈະລົງເລິກການຮ່ວມມືກັນຢ່າງບໍ່ຢຸດຢັ້ງ, ສ້າງຄູ່ຮ່ວມຊາຕາກຳ, ປະກອບສ່ວນເພື່ອການພັດທະນາແລະຄວາມຈະເລີນຮຸ່ງ ເຮືອງຂອງພາກພື້ນກໍຄືຂອງໂລກ.