ເສດຖະກິດຂອງຈີນຟຶ້ນຟູຄືນໃໝ່ ການບໍລິໂພກໄດ້ເພີ່ມສູງຂຶ້ນ

2022-07-11 17:52:03 cri


ເດືອນກໍລະກົດນີ້, ພູຮ້ວາຊານທີ່ນະຄອນຊີ່ອ່ານຂອງຈີນໄດ້ສືບຕໍ່ປະຕິບັດນະໂຍບາຍບໍ່ເກັບຄ່າປີ້ເຂົ້າຊົມຕໍ່ນັກທ່ອງທ່ຽວໃນທົ່ວປະເທດຈີນ, ຍອດຈຳນວນນັກທ່ອງທ່ຽວທີ່ຕ້ອນຮັບໃນແຕ່ລະມື້ໄດ້ປັບເພີ່ມຂຶ້ນຮອດ 20.000 ເທື່ອຄົນ, ຈຳນວນຄົນທີ່ຍ່າງຂຶ້ນພູໄດ້ຈຳກັດຢູ່ໃນລະດັບ 6,000 ເທື່ອຄົນ.

ອີງຕາມຕົວເລກສະຖິຕິ, ເດືອນມິຖຸນາທີ່ຜ່ານມານີ້, ແຫຼ່ງທ່ອງທ່ຽວພູຮ້ວາຊ່ານໄດ້ຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນເຖິງ 289.000 ຄົນ ເຊິ່ງໄດ້ສ້າງລາຍຮັບເພີ່ມຂຶ້ນຢ່າງຫຼວງຫຼາຍ, ພ້ອມກັນນັ້ນ ຍັງໄດ້ການບໍລິການທີ່ຢູ່ອ້ອມຂ້າງ ເປັນຕົ້ນ: ອາຫານການກິນ, ການພັກໂຮງແຮມ ແລະຄົມມະນາຄົມ ໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ.